lo_tn/1pe/02/07.md

4.1 KiB

ຂໍ້ມູນເຊື່ອຕໍ່

ເປໂຕໄດ້ກ່າວອ້າງເຖິງຂໍ້ພຣະທັມໃນພຣະຄໍາພີຈາກຂໍ້ທີ່ແລ້ວ

ຫີນທີ່ຊ່າງກໍ່ໄດ້ປະຕິເສດນັ້ນໄດ້ກາຍມາເປັນສີລາເສົາເອກແລ້ວ

ນີ້ເປັນຄໍາອຸປະມາຊຶ່ງຫມາຍເຖິງຜູ້ຄົນເຊັ່ນ ຊ່າງກໍ່ສ້າງໄດ້ປະຕິເສດພຣະເຢຊູ ແຕ່ພຣະເຈົ້າໄດ້ຍົກໃຫ້ພຣະອົງເປັນສີລາທີ່ມີຄວາມສໍາຄັນທີ່ສຸດໃນການສ້າງ(ໃຫ້ເບິ່ງຢູ່: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-explicit]])

ຫີນທີ່ຊ່າງກໍ່ໄດ້ປະຕິເສດນັ້ນ

ໃນພາສາອັງກິດໃຊ້ຄໍາທີ່ມີຄວາມຫມາຍຄື ປະທານທີ່ຖືກກະທໍາ "the stone that was rejected by the builders" ດັ່ງນັ້ນຈຶ່ງແປອີກຢ່າງຫນຶ່ງໄດ້ວ່າ "ສີລາທີ່ຖືກປະຕິເສດໂດຍຊ່າງກໍ່" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ຫີນທີ່ເປັນເສົາເອກ

ຫມາຍເຖິງສີລາຫລືກ້ອນຫີນທີ່ສໍາຄັນທີ່ສຸດທີ່ໃຊ້ໃນການກໍ່ສ້າງ ໂດຍທົ່ວໄປແລ້ວມີຄວາມຫມາຍເໝືອນກັບຄໍາວ່າ "ສີຫີນເສົາເອກ" ໃນບົດທີ 2 ຂໍ້ 6 (2:6)

"ເປັນຫີນທີ່ເຮັດໃຫ່ສະດຸດ ແລະເປັນກ້ອນຫີນທີ່ເຮັດໃຫ້ຂັດເຄືອງໃຈ"

ຄໍາເວົ້າສອງຄໍານັ້ນມີຄວາມຫມາຍຄ້າຍຄືກັນ ແຕ່ຜູ້ຂຽນນໍາມາໄວ້ໃນປະໂຫຍກດຽວກັນ ເພື່ອເນັ້ນໃຫ້ເຫັນວ່າຜູ້ຕົນຈະຮູ້ສຶກຂູ່ນເຄືອງໃຈ ຫລື ບໍ່ພໍໃຈຕໍ່ສີລາດັ່ງກ່າວຫລາຍພຽງໃດຊຶ່ງ "ສີລາ" ທີ່ວ່ານັ້ນກໍຄືພຣະເຢຊູຄຣິດນັ້ນເອງ ດັ່ງນັ້ນຈຶ່ງສາມາດແປໄດ້ອີກຢ່າງວ່າ "ສີລາຫລືກ້ອນຫີນທີ່ຜູ້ຄົນສະດຸດ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-explicit]] and [[rc:///ta/man/translate/figs-parallelism]] ແລະ rc://*/ta/man/translate/figs-metaphor)

ບໍ່ເຊື່ອຟັງພຣະຄຳ

ຄໍາວ່າ "ພຣະຄຳ" ໃນທີ່ນີ້ຫມາຍເຖິງພຣະກິດຕິຄຸນ ຫລື ຂ່າວປະເສີດ ບໍ່ເຊື່ອຟັງຫມາຍເຖິງການບໍ່ເຊື່ອໃນຂ່າວປະເສີດ ດັ່ງນັ້ນຈຶ່ງສາມາດແປໄດ້ອີກຢ່າງຫນຶ່ງວ່າ "ເພາະພວກເຂົາບໍ່ໄດ້ເຊື່ອໃນຂ່າວປະເສີດກ່ຽວກັບພຣະເຢຊູ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metonymy)

ຕາມທີ່ເຂົາຖືກກໍານົດໄວ້ເຊັ່ນນັ້ນແລ້ວ

ສາມາດແປໂດຍໃຊ້ປະໂຫຍກທີ່ມີຄວາມຫມາຍຄື (ປະທານເປັນຜູ້ກະທໍາຂອງປະໂຫຍກ) ດັ່ງນັ້ນຈຶ່ງສາມາດແປໄດ້ອີກຢ່າງວ່າ "ຕາມທີ່ພຣະເຈົ້າຊົງກໍານົດໃຫ້ເຂົາເຊັ່ນນັ້ນ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)