lo_tn/1pe/02/06.md

2.2 KiB

ມີຄໍາຂຽນໄວ້ໃນພຣະຄໍາພີດ້ວຍວ່າ

(ໃນສະບັບພາສາອັງກິດໃຊ້ "Scripture contains this" ຊຶ່ງຄໍາວ່າ "contain" ແປເປັນພາສາໄທໄດ້ວ່າ "ບັນຈຸ") ເຮັດໃຫ້ພຣະຄໍາພີເຫມືອນກັບວ່າເປັນສິ່ງຂອງອື່ນໆຂ້າງໃນໄດ້ ສ່ວນຂໍ້ຄວາມໃນພຣະທັມນີ້ຄືຂໍ້ພຣະຄໍາພີທີ່ຜູ້ຄົນສາມາດອ່ານໃນຫນັງສືພຣະໍາພີ ສາມາດແປອີກຢ່າງຫນຶ່ງໄດ້ວ່າ "ນີ້ຄືສິ່ງທີ່ຜູ້ປະກາດພຣະທັມໄດ້ຂຽນໄວ້ໃນພຣະຄໍາພີນານມາແລ້ວກ່າວວ່າ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ເບິ່ງເເມ

"ເບິ່ງເຖີດ" ເປັນຄໍາທີ່ຊ່ວຍກະຕຸ້ນໃຫ້ຜູ້ຟັງສົນໃຈໃນສິ່ງທີ່ຜູ້ເວົ້າກໍາລັງຈະເວົ້າຊຶ່ງຈະເປັນຂໍ້ມູນທີ່ເຮັດໃຫ້ຜູ້ຟັງປະຫລາດໃຈ

ສີລາເສົາເອກທີ່ຊົງເລືອກແລ້ວ ແລະເປັນສີລາທີ່ມີຄ່າອັນປະເສີດ

ພຣະເຈົ້າຊົງເປັນຜູ້ເລືອກສີລາດັ່ງກ່າວ ສາມາດແປຄໍາດັ່ງກ່າວໄດ້ອີກວ່າ "ສີລາເສົາເອກອັນມີຄວາມສໍາຄັນທີ່ສຸດເປັນສີລາທີ່ເຮົາໄດ້ເລືອກໄວ້ແລ້ວ"

ສີລາເສົາເອກ

ຜູ້ປະກາດພຣະທັມກໍາລັງກ່າວເຖິງພຣະເມຊີອາວ່າເປັນສີລາທີ່ມີຄວາມສໍາຄັນທີ່ສຸດສໍາລັບການກໍ່ສ້າງ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)