lo_tn/1pe/02/04.md

4.3 KiB

ຂໍ້ມູນທົ່ວໄປ

ເປໂຕເລີ່ມຕົ້ນເລົ່າຄໍາອຸປະມາທີ່ກ່ຽວກັບພຣະເຢຊູແລະຜູ້ເຊື່ອວ່າເປັນສີລາອັນມີຊີວິດ(ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ຈົ່ງມາຫາພຣະອົງ ຄືມາຫາສີລາອັນມີຊີວິດຢູ່

ເປໂຕໄດ້ກ່າວເຖິງພຣະເຢຊູເປັນເຫມືນອນກັບສີລາທີ່ໃຊ້ໃນການກໍ່ສ້າງ ສາມາດແປປະໂຫຍກດັ່ງກ່າວໄດ້ອີກວ່າ "ຈົ່ງມາຫາພຣະອົງຜູ້ເປັນເຫມືອນສີລາ ຫາກແຕ່ເປັນສີລາທີ່ມີຊີວິດຢູ່ບໍ່ແມ່ນສີລາທີ່ຕາຍແລ້ວ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ສີລາອັນມີຊີວິດຢູ່

ຄວາມຫມາຍຂອງຄໍາເວົ້າດັງກ່າວອາດຫມາຍເຖິງ 1) "ຜູ້ຊຶ່ງເປັນສີລາທີ່ມີຊີວິດຢູ່" ຫລື 2) "ຜູ້ຊື່ງເປັນສີລາໃຫ້ຊີວິດ"

ຊຶ່ງມະນຸດໄດ້ປະຕິເສດບໍ່ຍອມຮັບ

ສາມາດແປໄດ້ໂດຍໃຫ້ປະທານເປັນຜູ້ກະທໍາໃນປະໂຫຍກ ປະໂຫຍກດັ່ງກ່າວສາມາດແປໄດ້ອີກຢ່າງຫນຶ່ງວ່າ "ຊຶ່ງຜູ້ຄົນໄດ້ປະຕິເສດ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ແຕ່ວ່າພຣະເຈົ້າຊົງເລືອກໄວ້

ສາມາດແປໄດ້ໂດຍໃຫ້ປະທານເປັນຜູ້ກະທໍາໃນ ປະໂຫຍກດັ່ງກ່າວສາມາດແປໄດ້ອີກຢ່າງຫນຶ່ງວ່າ "ແຕ່ພຣະເຈົ້າກັບໄດ້ຊົງເລືອກໄວ້" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ທ່ານທັງຫລາຍ...ກໍາລັງກໍ່ຂື້ນເປັນພຣະວິຫານຝ່າຍວິນຍານ

ເຫມືອນກັບສີລາຫລືກ້ອນຫີນຊຶ່ງໃຊ້ໃນການກໍ່ສ້າງເຮືອນຫລັງຫນຶ່ງ ພຣະເຈົ້າຊົງນໍາເຮົາມາເປັນຫນຶ່ງດຽວກັນເພື່ອສ້າງພຣະວິຫານຝ່າຍວິນຍານຫລືຄອບຄົວຂອງພຣະອົງນັ້ນເອງ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ທ່ານທັງຫລາຍກໍເຫມືອນສີລາທີ່ມີຊີວິດ

ເປໂຕປຽບຜູ້ອ່ານພຣະຄໍາພຣະເຈົ້າວ່າເຫມືອນສີລາທີ່ມີຊີວິດ(ໃຫ້ເບິ່ງຢູ່: rc://*/ta/man/translate/figs-simile)

ທີ່ກໍາລັງກໍ່ຂຶ້ນເປັນພຣະວິຫານຝ່າຍວິນຍານ

ສາມາດແປໄດ້ໂດຍໃຫ້ປະທານເປັນຜູ້ກະທໍາໃນປະໂຫຍກ ປະໂຫຍກດັ່ງກ່າວສາມາດແປໄດ້ອີກຢ່າງຫນຶ່ງວ່າ "ຊຶ່ງພຣະເຈົ້າຊົງກໍາລັງສ້າງຂຶ້ນໃຫ້ເປັນພຣະວິຫານຝ່າຍວິນຍານ"(ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ປະໂຣຫິດບໍຣິສຸດ ຖວາຍເຄື່ອງບູຊາຝ່າຍຈິດວິນຍານ

ຕໍາແຫນ່ງປະໂຣຫິດດັ່ງກ່າວນັ້ນຫມາຍເຖິງພຣະຫລືປະໂຣຫິດທີ່ເຮັດຕາມຫນ້າທີ່ທີ່ໄດ້ຮັບມອບຫມາຍໃຫ້ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metonymy)