lo_tn/1pe/02/01.md

5.5 KiB

ຂໍ້ມູນເຊື່ອມຕໍ່

ໃນພຣະທັມຂໍ້ນີ້ເປໂຕໄດ້ສັ່ງສອນຜູ້ອ່ານໃນເລື່ອງຂອງຄວາມບໍຣິສຸດແລະການເຊື່ອຟັງຕໍ່ຈາກເນື້ອຫາໃນບົດທີ່ຜ່ານມາ

(ດັ່ງນັ້ນ) ທ່ານທັງຫລາຍຈົ່ງລະຖິ້ມຄວາມຊົ່ວຮ້າຍ ກົນອຸບາຍທຸກຢ່າງ ການຫນ້າາຊື່ໃຈຄົດ ຄວາມອິດສາ ແລະຄໍາເວົ້ານິນທາທັງຫມົດ

ການເຮັດບາບເຫລົ່ານີ້ຖືກເວົ້າເຖິງກັບວ່າເປັນສິ່ງຂອງທີ່ຜູ້ຄົນສາມາດໂຍນຖິ້ມໄປໄດ້ ສ່ວນຄໍາວ່າ "ດັ່ງນັ້ນ" ເປັນຄໍາເຊື່ອມທີ່ບົ່ງບອກວ່າເນື້ອຫາໃນພຣະທັມຂໍ້ນີ້ກ່ຽວຂ້ອງກັບເນື້ອຫາໃນຂໍ້ກ່ອນຫນ້ານີ້ ດັ່ງນັ້ນຈຶ່ງສາມາດແປອີກຢ່າງຫນຶ່ງວ່າ "ສະນັ້ນຈົ່ງທໍາລາຍ" ຫລື "ສະນັ້ນຈົ່ງຢຸດ" ກໍໄດ້ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ເຊັ່ນດຽວກັນກັບເດັກນ້ອຍທີ່ເກີດໃຫມ່ ຈົ່ງປາດຖະຫນາຫານໍ້ານົມຈິດວິນຍານອັນບໍຣິສຸດ

ເປໂຕກໍາລັງເວົ້າເຖິງຜູ້ອ່ານຂອງເຂົາເຫມືອນກັບວ່າເຂົາເປັນເດັກນ້ອຍເກີດໃຫມ່ ເດັກນ້ອຍນັ້ນຕ້ອງໄດ້ຮັບອາຫານທີ່ບໍຣິສຸດແທ້ໆຊຶ່ງເປັນອາຫານທີ່ເດັກນ້ອຍສາມາດຍ່ອຍໄດ້ງ່າຍ ໃນທໍານອງດຽວກັນຜູ້ເຊື່ອກໍຕ້ອງໄດ້ຮັບຄໍາສອນບໍຣິສຸດຈາກພຣະຄໍາຂອງພຣະເຈົ້າ ດັ່ງນັ້ນຈຶ່ງສາມາດແປອີກຢ່າງຫນຶ່ງໄດ້ວ່າ "ເຊັ່ນດຽວກັນກັບເດັກນ້ອຍເກີດໃຫມ່ທີ່ປາດຖະນານໍ້ານົມແມ່ສັນໃດ ທ່ານກໍຄວນສະແຫວງຫານໍ້ານົມຈິດວິນຍານອັນບໍຣິສຸດເຊັ່ນກັນ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ປາດຖະຫນາ

"ປາດຖະຫນາຢ່າງແຮງກ້າ" ຫລື "ສະແຫວງຫາ"

ນໍ້ານົມຈິດວິນຍານອັນບໍຣິສຸດ

ເປໂຈເວົ້າເຖິງພຣະຄໍາຂອງພຣະເຈົ້າເຫມືອນກັບວ່າເປັນນໍ້ານົມຝ່າຍຈິດວິນຍານຊຶ່ງຫລໍ່ລ້ຽງເດັກນ້ອຍ

ທ່ານທັງຫລາຍເຕີບໂຕຂຶ້ນໂດຍຄວາມລອດພົ້ນ

ຄໍາວ່າ "ຄວາມລອດ" ໃນທີ່ນີ້ຫມາຍເຖິງເວລາທີ່ພຣະຜູ້ເປັນເຈົ້າຈະເຮັດໃຫ້ຄວາມລອດຂອງມະນຸດສໍາເລັດເມື່ອພຣະເຢຊູຄຣິດສະເດັດກັບມາ ໃນການແປສາມາດໃຊ້ຄໍາກິລິຍາໄດ້ ດັ່ງນັ້ນຈຶ່ງສາມາດແປອີກຢ່າງຫນຶ່ງໄດ້ວ່າ "ຈົ່ງເຕີບໂຕຂຶ້ນຝ່າຍຈິດວິນຍານຈົນກວ່າພຣະຜູ້ເປັນເຈົ້າຈະຊົງກູ້ທ່ານໄດ້ສໍາເລັດ" (ໃຫ້ເບິ່ງຢູ່: [[rc:///ta/man/translate/figs-abstractnouns]] ແລະ [[rc:///ta/man/translate/figs-explicit]])

ເຕີບໂຕ

ເປໂຕຫມາຍເຖິງການທີ່ຜູ້ເຊື່ອນັ້ນຈະມີຄວາມຮູ້ໃນພຣະເຈົ້າແລະສັດຊື່ໃນພຣະອົງຫລາຍຂຶ້ນເຫມືອນກັບວ່າພວກເຂົານັ້ນເປັຍເດັກນ້ອຍທີ່ຈະຕ້ອງເຕີບໂຕຂຶ້ນ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ຖ້າທ່ານໄດ້ຄົ້ນພົບຮູ້ແລ້ວວ່າອົງພຣະຜູ້ເປັນເຈົ້າປະກອບດ້ວຍພຣະກະຣຸນາ

ໃນທີ່ນີ້ຄໍາວ່າ"ຄົ້ນ" ຫມາຍເຖິງການມີປະສົບການບາງສິ່ງບາງຢ່າງເປັນສ່ວນຕົວ ດັ່ງນັ້ນຈຶ່ງສາມາດແປອີກຢ່າງຫນຶ່ງໄດ້ວ່າ " ຖ້າທ່ານໄດ້ມີປະສົບການແລະຮັບຮູ້ເຖິງພຣະກະຣຸນາຂອງອົງພຣະຜູ້ເປັນເຈົ້າທີ່ມີຕໍ່ທ່ານ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)