lo_tn/1pe/01/24.md

3.0 KiB

ຂໍ້ມູນທົ່ວໄປ

ໃນພຣະທັມຂໍ້ນີ້ນັ້ນເປໂຕໄດ້ອ້າງຄໍາເວົ້າມາຈາກຜູ້ປະກາດພຣະທັມເອຊາຢາ ຊຶ່ງເປັນຂໍ້ພຣະຄໍາພີທີ່ກ່ຽວກັບສິ່ງທີ່ເຂົາໄດ້ເວົ້າເຖິງການບັງເກີດໃຫມ່ຈາກພັນອໍາມະຕະໄປກ່ອນຫນ້ານີ້

ບັນດາເນື້ອໜັງກໍເປັນເຫມືອນຕົ້ນຫຍ້າ

ຜູ້ປະກາດພຣະທັມເອຊາຢາປຽບທຽບມະນຸດຊາດວ່າ ເປັນ ເຫມືອນຕົ້ນຫຍ້າຊຶ່ງເຕີບໂຕຂຶ້ນແລະຕາຍຢ່າງໄວວາ ສາມາດແປອີກຢ່າງຫນຶ່ງໄດ້ວ່າ "ຄົນທຸກຄົນກໍຕາຍໄປເຊັ່ນກັບຕົ້ນຫຍ້າທີ່ຕາຍໄປ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-simile)

ບັນດາເນື້ອຫນັງ​

ຄໍາວ່າ "ເນື້ອຫນັງ" ຫມາຍເຖິງມະນຸດຊາດສາມາດແປອີກຢ່າງຫນຶ່ງໄດ້ວ່າ "ຄົນທຸກຄົນ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metonymy)

ບັນດາສັກສີຂອງເຂົາກໍເປັນເຫມືອນດອກຫຍ້າ

ຄໍ່ວ່າ "ສັກສີ" ໃນທີ່ນີ້ຫມາຍເຖິງຄວາມງາມແລະຄວາມດີ ເອຊາຢາກໍາລັງປຽບທຽບວ່າສິ່ງຕ່າງໆທີ່ຜູ້ຄົນຄິດວ່າດີຫລືງົດງາມກ່ຽວກັບມະນຸດນັ້ນກໍຕາຍໄປຢ່າງໄວວາເຫມືອນດອກໄມ້ ດັ່ງນັ້ນຈຶ່ງສາມາດແປອີກຢ່າງຫນຶ່ງໄດ້ວ່າ "ມະນຸດທຸກຄົນບໍ່ນານກໍຈະຕາຍໄປເຫມືອນດອກຫຍ້າທີ່ຕ້ອງຕາຍໄປບໍ່ໄວກໍຊ້າ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-simile)

ນີ້ຄືຂ່າວປະເສີດ

ຄໍາວ່າ "ນີ້" ຫມາຍເຖິງ "ພຣະຄໍາຂອງພຣະເຈົ້າ"

ຂ່າວປະເສີດທີ່ໄດ້ປະກາດ

ສາມາດແປປະໂຫຍກດັ່ງກ່າວໂດຍໃຫ້ປະທານເປັນຜູ້ກະທໍາຂອງປະໂຫຍກກໍໄດ້ ດັ່ງນັ້ນຈຶ່ງແປອີກຢ່າງຫນຶ່ງໄດ້ວ່າ "ຂ່າວປະເສີດຊຶ່ງເຮົາໄດ້ປະກາດອອກໄປ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)