lo_tn/1pe/01/22.md

4.9 KiB

ທ່ານທັງຫລາຍໄດ້ຊໍາລະຈິດໃຈຂອງທ່ານໃຫ້ບໍຣິສຸດ

ໃນບໍລິບົດນີ້ເປໂຕໄດ້ເວົ້າເຖິງບັນດາຜູ້ເຊື່ອເຫມືອນກັບວ່າພວກເຂົາໄດ້ເຮັດຕົວເອງໃຫ້ບໍຣິສຸດແລ້ວ ແຕ່ໃນຄວາມເປັນຈິງນັ້ນພວກເຂົາບໍ່ໄດ້ເຮັດຫຍັງເລີຍ ພຽງແຕ່ໄດ້ຮັບການຊ່ວຍກູ້ຈາກພຣະເຢຊູຄຣິດເທົ່ານັ້ນ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ທ່ານທັງຫລາຍໄດ້ຊໍາລະຈິດໃຈຂອງທ່ານໃຫ້ບໍຣິສຸດແລ້ວ

ຄໍາວ່າ "ຈິດໃຈ" ໃນບໍລິບົດນີ້ຫມາຍເຖິງຕົວບຸກຄົນ ດັ່ງນັ້ນຈຶ່ງສາມາດແປໄດ້ອີກຢ່າງໜຶ່ງວ່າ "ທ່ານໄດ້ເຮັດໃຫ້ຕົວທ່ານເອງບໍຣິສຸດແລ້ວ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-synecdoche)

ບໍຣິສຸດ

ການຊໍາລະໃຫ້ສະອາດຫລືບໍຣິສຸດໃນທີ່ນີ້ຫມາຍເຖິງການເປັນທີ່ຍອມຮັບຕໍ່ພຣະພັກຂອງພຣະເຈົ້າ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

ໂດຍການເຊື່ອຟັງຄວາມຈິງ

ສາມາດໃຊ້ກິລິຍາຄໍາເວົ້າໃນການແປໄດ້ ດັ່ງນັ້ນຈຶ່ງສາມາດແປອີກຢ່າງໜຶ່ງໄດ້ວ່າ "ໂດຍເຊື່ອຟັງຄວາມຈິງ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-abstractnouns)

ການຮັກສັນພີ່ນ້ອງ

ຫມາຍເຖິງການສະແດງຄວາມຮັກລະຫວ່າງພີ່ນ້ອງຜູ້ທີ່ເຊື່ອ

ຈົ່ງຮັກກັນແລະກັນຢ່າງຈິງໃຈຈາກຫົວໃຈ

ຄໍາວ່າ "ຫົວໃຈ" ໃນທີ່ນັ້ນຫມາຍເຖິງອາລົມຄວາມຮູ້ສຶກຊຶ່ງບົ່ງບອກວ່າພວກເຂົາຄວນຮັກກັນແລະກັນຢ່າງຫມົດຫົວໃຈ ດັ່ງນັ້ນຈຶ່ງແປອີກຢ່າງຫນຶ່ງໄດ້ວ່າ "ຈົ່ງຮັກກັນແລະກັນດ້ວຍຈິງໃຈເຖິງທີ່ສຸດ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-idiom)

ບັງເກີດໃຫມ່ແລ້ວຈາກພົ້ນຈາກສິ່ງເປື່ອຍເຫນົ່າ ບໍ່ແມ່ນສິ່ງທີ່ເປື່ອຍເຫນົ່າ

ຄວາມຫມາຍທີ່ເປັນໄປໄດ້ຄືເປໂຕອາດຈະເວົ້າເຖິງພຣະຄໍາຂອງພຣະເຈົ້າໃນແງ່ຂອງຄວາມຫມາຍວ່າ 1) ຄວາມເຊື່ອຂອງຜູ້ເຊື່ອກໍເປັນເຫມືອນກັບເມັດພັນຊຶ່ງໄດ້ຮັບການປູກ ເຕີບໃຫຍ່ຂຶ້ນແລະເກີດຜົນ ຫລື 2) ອາດຈະ ເຫມືອນກັບແຊນທີ່ນ້ອຍໆມີຢູ່ໃນຜູ້ຊາຍແລະຜູ້ຍິງ ຊຶ່ງປະສົມເຂົ້າກັນຈົນເກີດເປັນເດັກນ້ອຍເກີດໃຫມ່ທີ່ເຕິບໂຕຊຶ້ນໃນທ້ອງຂອງຜູ້ຍິງ(ໃຫ້ເບິ່ງຢູ່: rc://*/ta/man/translate/figs-metaphor)

​ອໍາມະຕະ

"ບໍ່ມີວັນເສື່ອມສະລາຍຫລືຕາຍໄປ"

ດ້ວຍພຣະຄໍາຂອງພຣະເຈົ້າອັນຊົງຊີວິດແລະດໍາລົງຢູ່

ເປໂຕກໍາລັງເວົ້າເຖິງພຣະຄໍາຂອງພຣະເຈົ້າເຫມືອນກັບວ່າເປັນສິ່ງທີ່ມີຊີວິດຢູ່ນິຣັນການ ແຕ່ໃນຄວາມເປັນຈິງແລ້ວນັ້ນເປັນພຣະເຈົ້າຕ່າງຫາກທີ່ຊົງພຣະຊົນຢູ່ຊົ່ວນິຣັນດອນ ຊຶ່ງພຣະບັນຊາແລະພຣະສັນຍາຂອງພຣະອົງດໍາລົງຢູ່ເປັນນິຣັນດອນເຊັ່ນດຽວກັນ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metonymy)