lo_tn/1pe/01/18.md

2.2 KiB

ພວກເຈົ້າໄດ້ຮັບການໄຖ່

ສາມາດແປໄດ້ໂດຍໃຫ້ປະທານຂອງປະໂຫຍກເປັນຜູ້ກະທໍາ ດັ່ງນັ້ນຈຶ່ງສາມາດແປອີກຢ່າງຫນຶ່ງໄດ້ວ່າ "ພຣະເຈົ້າໄດ້ຊົງໄຖ່ເຈົ້າ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-activepassive)

ພຣະໂລຫິດປະເສີດຂອງພຣະເຢຊູຄຣິດ

ໃນທີ່ນີ້ "ໂລຫິດ" ເປັນສັນຍາລັກແທນການສິ້ນພຣະຊົນຂອງພຣະເຢຊູຄຣິດທີ່ໄມ້ກາງແຂນ (ໃຫ້ເບິ່ງຢູ່: rc://*/ta/man/translate/figs-metonymy)

ເຫມືອນລູກແກະທີ່ປາສະຈາກຕໍານິຫລືຈຸດດ່າງພອຍ

ພຣະເຢຊູຊົງສິ້ນພຣະຊົນເປັນເຄື່ອງໄຖ່ບູຊາເພື່ອພຣະເຈົ້າຈະສາມາດອະໄພບາບໃຫ້ມະນຸດໄດ້ ສາມາດແປອີກຢ່າວຫນຶ່ງໄດ້ວ່າ "ເຫມືອນແກະທີ່ປາສະຈາກຕໍານິຫລືຈຸດດ່າງພອຍຊຶ່ງປະໂຣຫິດຊາວອິດສະຣາເອນໄດ້ໃຊ້ເປັນເຄື່ອງຖວາຍບູຊາ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-simile)

ປາສະຈາກຕໍານິຫລືຈຸດດ່າງພອຍ

ເປໂຕໃຊ້ສອງຄໍາ (ຄືຄໍາວ່າ "ຕໍານິ" ແລະ "ຈຸດດ່າງພອຍ") ເພື່ອສື່ຄວາມຫມາຍເໝືອນກັນ ທັງນີ້ເພື່ອເນັ້ນໃຫ້ເຫັນເຖິງຄວາມບໍຣິສຸດຂອງພຣະຄຣິດ ສາມາດແປອີກຢ່າງຫນຶ່ງໄດ້ວ່າ "ຊຶ່ງປາສະຈາກຕໍານິທັງສິ້ນ" (ໃຫ້ເບິ່ງຢູ່: rc://*/ta/man/translate/figs-doublet)