lo_tn/1ki/16/31.md

3.2 KiB

ການທີອາຮາບໄດ້ຊົງດຳເນີນຕາມບາບຂອງເຢໂຣໂບອາມລູກຊາຍເນບັດ

ນີ້ຫມາຍຄວາມວ່າອາຮາບຢາກເຮັດບາບທີ່ຮ້າຍແຮງກວ່າເກົ່າ. ຄວາມຫມາຍອັນເຕັມທີ່ຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດຈະແປໄດ້ວ່າ: "ມັນຄ້າຍຄືກັບວ່າອາຮາບ ຄິດວ່າການຍ່າງຢູ່ໃນບາບຂອງລູກຊາຍເຢໂຣໂບອາມຂອງເນບັດແມ່ນບໍ່ພຽງພໍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ເບິ່ງຄືວ່າເປັນສິ່ງເລັກນ້ອຍ

ນີ້ແມ່ນສຳນວນ. ຄຳວ່າ "ເຖິງອາຮາບ" ຫມາຍຄວາມວ່າອາຮາບໄດ້ພິຈາລະນາ ຫລື ຄິດບາງຢ່າງ. ອາດຈະແປໄດ້ວ່າ: "ອາຮາບໄດ້ພິຈາລະນາວ່າມັນເປັນເລື່ອງທີ່ບໍ່ສຳຄັນ" ຫລື "ອາຮາບຄິດວ່າມັນບໍ່ພຽງພໍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

ເປັນສິ່ງເລັກນ້ອຍ

"ສິ່ງທີ່ບໍ່ສຳຄັນ" ຫລື "ບໍ່ພຽງພໍ".

ດຳເນີນຕາມບາບຂອງເຢໂຣໂບອາມລູກຊາຍເນບັດ

ການດຳເນີນຢູ່ໃນບາບຂອງເຢໂຣໂບອາມເປັນຕົວແທນຂອງການເຮັດບາບຄື ເຢໂຣໂບອາມໄດ້ເຮັດບາບ. ອາດຈະແປໄດ້ວ່າ: "ເຮັດບາບຄືເຢໂຣໂບອາມລູກຊາຍຂອງເນບັດໄດ້ເຮັດບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ພະອົງໄດ້ນະມັດສະການ ພະບາອານ ເເລະກົ້ມກາບພະນັ້ນ

ສອງປະໂຫຍກນີ້ມີຄວາມຫມາຍຄືກັນ. ປະໂຫຍກທີ່ວ່າ "ກົ້ມກາບພະອົງ" ອະທິບາຍເຖິງທ່າທາງທີ່ຜູ້ຄົນໃຊ້ໃນການນະມັດສະການ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism).

ພຣະເຈົ້າແຫ່ງອິດສະຣາເອນ

ໃນທີ່ນີ້ຄຳວ່າ "ອິດສະຣາເອນ" ຫມາຍເຖິງຊົນຊາດອິດສະຣາເອນ, ເຊິ່ງປະກອບດ້ວຍສິບສອງເຜົ່າ.

ກະສັດແຫ່ງອິດສະຣາເອນ

ໃນນີ້ຄຳວ່າ "ອິດສະລາແອນ" ຫມາຍເຖິງອານາຈັກອິດສະຣາເອນ, ເຊິ່ງປະກອບດ້ວຍສິບເຜົ່າ