lo_tn/1ki/16/18.md

4.2 KiB

ວ່າເມືອງນັ້ນເເຕກເເລ້ວ

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ທີ່ອິມຣີ ແລະກອງທັບໄດ້ເຂົ້າຍຶດເອົາເມືອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive).

ໄດ້ເຮັດຊົ່ວໃນສາຍພຣະເນດຂອງພຣະຢາເວ

ສາຍຕາຂອງພຣະຢາເວເປັນຕົວແທນໃຫ້ແກ່ການພິພາກສາຂອງພຣະຢາເວ. ອາດຈະແປໄດ້ວ່າ: "ສິ່ງທີ່ຊົ່ວຮ້າຍໃນການພິພາກສາຂອງພຣະຢາເວ" ຫລື "ສິ່ງທີ່ພຣະຢາເວຖືວ່າເປັນສິ່ງຊົ່ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ດຳເນີນການຂອງເຢໂຣໂບອາມ

ການດຳເນີນຢູ່ນີ້ ສະແດງເຖິງການປະພຶດຕົວ. ອາດຈະແປໄດ້ວ່າ: "ເຮັດສິ່ງດຽວກັນທີ່ ເຢໂຣໂບອາມໄດ້ເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ທີ່ນຳອິດສະຣາເອນເຮັດບາບດ້ວຍ

ການນຳຄົນໃຫ້ເຮັດສິ່ງໃດສິ່ງຫນຶ່ງສະແດງເຖິງອິດທິພົນຂອງພວກເຂົາທີ່ຈະເຮັດມັນ. ອາດຈະແປໄດ້ວ່າ: "ເພື່ອຈະມີອິດທິພົນຕໍ່ອິດສະຣາເອນທີ່ຈະເຮັດບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ສ່ວນເລື່ອງນອກຂອງຊິມຣີ

ການກະບົດນີ້ຫມາຍເຖິງການວາງແຜນຂອງ ຊິມຣີເພື່ອຂ້າເອລາ, ກະສັດແຫ່ງອິດສະຣາເອນ. ຄວາມຫມາຍເຕັມຂອງຄຳ ເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂຶ້ນ. ອາດຈະແປໄດ້ວ່າ: "ວິທີທີ່ລາວວາງແຜນຕໍ່ຕ້ານກະສັດເອລາ" ຫລື "ວິທີທີ່ລາວຂ້າກະສັດອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ລວມທັງຫນັງສືເຫລົ່ານັ້ນເເຫ່ງອິດສະຣາເອນບໍ່ເເມ່ນຫວາ?

ຄຳຖາມນີ້ແມ່ນໃຊ້ເພື່ອແຈ້ງ ຫລື ເຕືອນຜູ້ອ່ານວ່າຂໍ້ມູນກ່ຽວກັບຊິມຣີແມ່ນຢູ່ໃນປື້ມຫົວນີ້. ຄຳຖາມໂວຫານ ນີ້ສາມາດແປເປັນຄຳເວົ້າ. ເບິ່ງວິທີທີ່ທ່ານແປປະໂຫຍກທີ່ຄ້າຍຄືກັນນີ້ກ່ຽວກັບຢູດາໃນ 14:29. ອາດຈະແປໄດ້ວ່າ: "ພວກມັນຖືກຂຽນໄວ້ໃນປຶ້ມບັນທຶກເຫດການຂອງກະສັດແຫ່ງອິດສະຣາເອນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion).

ຫນັງສືເຫລົ່ານັ້ນ ... ອິດສະຣາເອນບໍ?

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ຜູ້ໃດຜູ້ຫນຶ່ງໄດ້ຂຽນກ່ຽວກັບພວກເຂົາໃນປື້ມບັນທຶກເຫດການຂອງກະສັດແຫ່ງອິດສະຣາເອນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive).