lo_tn/1ki/16/11.md

3.3 KiB

ພະອົງບໍ່ໄດ້ເຫລືອຊາຍຈັກຄົນດຽວ

ນີ້ຫມາຍຄວາມວ່າລາວໄດ້ຂ້າຜູ້ຊາຍ ແລະເດັກຊາຍທຸກຄົນ. ອາດຈະແປໄດ້ວ່າ: "ລາວບໍ່ໄດ້ປ່ອຍໃຫ້ຊາຍອີກຄົນຫນຶ່ງມີຊີວິດຢູ່".

ພຣະວັດຈະນະຂອງພຣະຢາເວ

"ຂໍ້ຄວາມຂອງພຣະຢາເວ" ຫລື "ຄວາມເວົ້າຂອງພຣະຢາເວ".

ໄດ້ກ່າວໂທດບາອາຊາໂດຍເຢຮູຜູ້ເຜີຍພຣະວັດຈະນະ.

ການເວົ້າ "ໂດຍ" ຜູ້ເຜີຍຫມາຍເຖິງການບອກຜູ້ພະຍາກອນໃຫ້ເວົ້າ ແລະ ຜູ້ເຜີຍເວົ້າ. ອາດຈະແປໄດ້ວ່າ: "ທີ່ພຣະຢາເວໄດ້ບອກ ເຢຮູຜູ້ເຜີຍພຣະວັດຈະນະໃຫ້ເວົ້າຕໍ່ ບາອາຊາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

ພວກເຂົາໄດ້ເຮັດໃຫ້ອິດສະຣາເອນເຮັດບາບ

ການນຳຄົນໃຫ້ເຮັດສິ່ງໃດສິ່ງຫນຶ່ງ ສະແດງເຖິງອິດທິພົນຂອງພວກເຂົາທີ່ຈະເຮັດມັນ. ອາດຈະແປໄດ້ວ່າ: "ພວກເຂົາມີອິດທິພົນຕໍ່ອິດສະຣາເອນທີ່ຈະເຮັດບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ພວກເຂົາໄດ້ເຮັດໃຫ້ອິດສະຣາເອນເຮັດບາບ

ນີ້ແມ່ນຄຳວ່າ "ອິດສະຣາເອນ" ຫມາຍເຖິງສິບເຜົ່າທາງເຫນືອຂອງອິດສະຣາເອນ. ບາອາຊາ ແລະ ເອລາໄດ້ເປັນກະສັດຂອງພວກເຂົາ.

ເຮັດໃຫ້ພຣະຢາເວພຣະເຈົ້າເເຫ່ງອິດສະຣາເອນບໍ່ພໍໃຈນຳເລື່ອງຮູບເຄົາລົບຂອງພວກເຂົາ

ພຣະເຈົ້າໂກດແຄ້ນຕໍ່ປະຊາຊົນຍ້ອນວ່າພວກເຂົານະມັດສະການຮູບປັ້ນ. ຄວາມຫມາຍ ຂອງສິ່ງນີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດຈະແປໄດ້ວ່າ: "ພວກເຂົາໄດ້ເຮັດໃຫ້ ພຣະຢາເວ, ພຣະເຈົ້າຂອງອິດສະຣາເອນ, ໂກດແຄ້ນ ເພາະວ່າພວກເຂົານະມັດສະການຮູບປັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ພຣະເຈົ້າເເຫ່ງອິດສະຣາເອນ

ຕໍ່ໄປນີ້ຄຳວ່າ "ອິດສະຣາເອນ" ຫມາຍເຖິງຊົນເຜົ່າທັງຫມົດ ສິບສອງເຜົ່າທີ່ສືບເຊື້ອສາຍມາຈາກຢາໂຄບ.