lo_tn/1ki/16/05.md

3.1 KiB

ໄດ້ບັນທຶກໄວ້ໃນຫນັງສືກະສັດເເຫ່ງອິດສະຣາເອນບໍ່ເເມ່ນຫວາ?

ຄຳຖາມນີ້ແມ່ນໃຊ້ເພື່ອແຈ້ງ ຫລື ເຕືອນໃຫ້ຜູ້ອ່ານຮູ້ວ່າຂໍ້ມູນກ່ຽວກັບບາອາຊາແມ່ນຢູ່ໃນປື້ມຫົວນີ້. ຄຳຖາມໂວຫານນີ້ສາມາດແປເປັນຄຳເວົ້າ. ເບິ່ງວິທີທີ່ທ່ານແປຄຳນີ້ໃນ 15:31. ອາດຈະແປໄດ້ວ່າ: "ພວກມັນຖືກຂຽນໄວ້ໃນປື້ມບັນທຶກເຫດການຂອງກະສັດແຫ່ງອິດສະຣາເອນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion).

ໄດ້ບັນທຶກໄວ້ໃນຫນັງສືກະສັດເເຫ່ງອິດສະຣາເອນບໍ່ເເມ່ນຫວາ?

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົວ. ອາດຈະແປໄດ້ວ່າ: "ຜູ້ໃດຜູ້ຫນຶ່ງໄດ້ຂຽນກ່ຽວກັບພວກເຂົາໃນປື້ມບັນທຶກເຫດການຂອງກະສັດແຫ່ງອິດສະຣາເອນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive).

ບາອາຊາໄດ້ຊົງລ່ວງຫລັບໄປຢູ່ກັບບັນພະບູລຸດຂອງພະອົງ .

ນອນຫລັບແມ່ນຄຳເວົ້າສຸພາບ ຊຶ່ງຫມາຍເຖິງຄວາມຕາຍ. ອາດຈະແປໄດ້ວ່າ: "ບາອາຊາໄດ້ເສຍຊີວິດຄືກັບບັນພະບູລຸດຂອງລາວ" ຫລື "ຄືກັນກັບບັນພະບູລຸດຂອງລາວ, ບາອາຊາໄດ້ເສຍຊີວິດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] and [[rc:///ta/man/translate/figs-euphemism]]).

ເເລະໄດ້ຝັງສົບໄວ້

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ແລະປະຊາຊົນໄດ້ຝັງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive).

ຕີຣະຊາ

ນີ້ແມ່ນຊື່ຂອງເມືອງ. ເບິ່ງວິທີທີ່ທ່ານແປໃນ 14:17.

ຂື້ນເປັນກະສັດເເທນ

ປະໂຫຍກທີ່ວ່າ "ໃນບ່ອນຂອງລາວ" ແມ່ນ ຄຳປຽບທຽບທີ່ມີຄວາມຫມາຍວ່າ "ແທນລາວ". ອາດຈະແປໄດ້ວ່າ: "ກາຍເປັນກະສັດແທນບາອາຊາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).