lo_tn/1ki/16/01.md

2.5 KiB

ວັດຈະນະຂອງພຣະຢາເວໄດ້ມາເຖິງ

ສຳນວນນີ້ຫມາຍຄວາມວ່າພຣະເຈົ້າໄດ້ກ່າວ. ເບິ່ງວິທີທີ່ທ່ານແປສິ່ງນີ້ໃນ 6:11. ອາດຈະແປໄດ້ວ່າ: "ພຣະຢາເວ ກ່າວຂໍ້ຄວາມຂອງພຣະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

ໃນເມື່ອເຮົາໄດ້ເຊີດຊູເຈົ້າ

ນີ້ແມ່ນຂໍ້ຄວາມຂອງພຣະເຈົ້າທີ່ເຢຮູຕ້ອງໃຫ້ບາອາຊາ. ຄຳວ່າ "ເຈົ້າ" ຫມາຍເຖິງບາອາຊາ.

ເຮົາໄດ້ເຊີດຊູເຈົ້າຂຶ້ນມາຈາກຂີ່ຝຸ່ນດິນ

"ຂ້ອຍໄດ້ຍົກເຈົ້າຂຶ້ນຈາກຂີ້ຝຸ່ນ." ການຢູ່ໃນຂີ້ຝຸ່ນໃນພື້ນດິນສະແດງເຖິງຄວາມບໍ່ສຳຄັນ. ການຍົກຜູ້ໃດຜູ້ຫນຶ່ງ ເປັນຕົວແທນເຮັດໃຫ້ລາວສຳຄັນ. ອາດຈະແປໄດ້ວ່າ: "ຂ້ອຍໄດ້ຍົກເຈົ້າຈາກຕຳແຫນ່ງທີ່ບໍ່ສຳຄັນ" ຫລື "ເມື່ອເຈົ້າບໍ່ມີອຳນາດ ຫລື ອິດທິພົນເຫນືອຜູ້ຄົນ, ຂ້ອຍໄດ້ໃຫ້ເຈົ້າສຳຄັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ເຈົ້າໄດ້ດຳເນີນຕາມທາງຂອງເຢໂຣໂບອາມ

ການດຳເນີນແມ່ນຕົວແທນຂອງການປະພຶດ. ເຢໂຣໂບອາມ ແລະ ບາອາຊາ ທັງສອງໄດ້ເຮັດບາບ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດຈະແປໄດ້ວ່າ: "ທ່ານໄດ້ເຮັດສິ່ງດຽວກັນທີ່ ເຢໂຣໂບອາມໄດ້ເຮັດ" ຫລື "ທ່ານໄດ້ເຮັດບາບຄືກັບເຢໂຣໂບອາມໄດ້ເຮັດບາບ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-explicit]]).