lo_tn/1ki/15/33.md

2.5 KiB

ຂໍ້ຄວາມເຊື່ອມຕໍ່

ບົດນີ້ໄດ້ບອກກ່ຽວກັບວິທີທີ່ບາອາຊາໄດ້ກາຍເປັນກະສັດໃນ 15:27. ຂໍ້ພຣະຄຳພີເຫລົ່ານີ້ເລີ່ມຕົ້ນບອກກ່ຽວກັບບາອາຊາເປັນກະສັດແຫ່ງອິດສະຣາເອນ.

ຕີຣະຊາ

ນີ້ແມ່ນຊື່ຂອງເມືອງ. ເບິ່ງວິທີທີ່ທ່ານແປມັນໃນ 14:17.

ສິ່ງທີ່ຊົ່ວໃນສາຍພຣະເນດຂອງພຣະຢາເວ

ສາຍຕາຂອງພຣະຢາເວເປັນຕົວແທນໃຫ້ແກ່ການພິພາກສາຂອງພຣະຢາເວ. ອາດຈະແປໄດ້ວ່າ: "ສິ່ງທີ່ຊົ່ວຮ້າຍໃນການພິພາກສາຂອງ ພຣະຢາເວ" ຫລື "ສິ່ງທີ່ພຣະຢາເວຖືວ່າເປັນສິ່ງຊົ່ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ດຳເນີນຕາມວິຖີ ເເລະ ບາບຂອງເຢໂຣໂບອາມ

ການດຳເນີນຢູ່ນີ້ຫມາຍເຖິງການປະພຶດຕົວ. ອາດຈະແປໄດ້ວ່າ: "ໄດ້ເຮັດສິ່ງດຽວກັນທີ່ ເຢໂຣໂບອາມໄດ້ເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ຊຶ່ງພຣະອົງໄດ້ຊັກນຳໃຫ້ອິດສະຣາເອນເຮັດບາບຕາມ

ຄວາມຫມາຍທີ່ເປັນໄປໄດ້ແມ່ນວ່າ "ລາວ" ແລະ "ລາວ" ຫມາຍເຖິງ 1) ບາອາຊາ ຫລື 2) ເຢໂຣໂບອາມ.

ຊຶ່ງພຣະອົງໄດ້ຊັກນຳໃຫ້ອິດສະຣາເອນເຮັດບາບຕາມ

ການນຳຄົນໃຫ້ເຮັດສິ່ງໃດສິ່ງຫນຶ່ງສະແດງເຖິງອິດທິພົນຂອງພວກເຂົາທີ່ຈະເຮັດມັນ. ອາດຈະແປໄດ້ວ່າ: "ແລະ ໂດຍການເຮັດບາບ, ລາວໄດ້ສົ່ງອິດທິພົນຕໍ່ອິດສະຣາເອນໃຫ້ເຮັດບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).