lo_tn/1ki/15/31.md

2.4 KiB

ເພາະຣາຊກິດທັງປວງໄດ້ຊົງມີບັນທຶກໄວ້ໃນຈົດຫມາຍກະສັດເເຫ່ງອິດສະຣາເອນບໍ່ເເມ່ນຫວາ?

ຄຳຖາມນີ້ແມ່ນໃຊ້ເພື່ອແຈ້ງ ຫລື ເຕືອນໃຫ້ຜູ້ອ່ານຮູ້ວ່າຂໍ້ມູນກ່ຽວກັບນາດາບແມ່ນຢູ່ໃນປື້ມຫົວນີ້. ເບິ່ງວິທີທີ່ທ່ານແປປະໂຫຍກທີ່ຄ້າຍຄືກັນນີ້ກ່ຽວກັບຢູດາໃນ 14:29. ຄຳຖາມ ເຊີງໂວຫານນີ້ສາມາດຂຽນເປັນຄຳເວົ້າ. ອາດຈະແປໄດ້ວ່າ: "ພວກມັນຖືກຂຽນໄວ້ໃນປື້ມບັນທຶກເຫດການຂອງກະສັດແຫ່ງອິດສະຣາເອນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion).

ເພາະຣາຊກິດທັງປວງໄດ້ຊົງມີບັນທຶກໄວ້ໃນຈົດຫມາຍກະສັດເເຫ່ງອິດສະຣາເອນບໍ່ເເມ່ນຫວາ?

ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ມີບາງຄົນໄດ້ຂຽນກ່ຽວກັບເລື່ອງນີ້ໃນປື້ມບັນທຶກເຫດການຂອງກະສັດແຫ່ງອິດສະຣາເອນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive).

ຕະຫລອດຊີວິດຂອງເຂົາເຈົ້າ

ຄຳວ່າ "ຕະຫລອດ" ສະແດງເຖິງໄລຍະເວລາຫນຶ່ງ ແລະ "ທຸກໆວັນຂອງພວກເຂົາ" ຫມາຍເຖິງຊ່ວງເວລາທັງຫມົດທີ່ອາສາ ແລະບາອາຊາເປັນກະສັດ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 15:16 ອາດຈະແປໄດ້ວ່າ: "ຕະຫລອດເວລາທີ່ພວກເຂົາປົກຄອງຢູດາ ແລະອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).