lo_tn/1ki/15/25.md

3.3 KiB

ຂໍ້ຄວາມເຊື່ອມຕໍ່:

ສ່ວນທີ່ເຫລືອຂອງບົດ 15 ແລະ 16 ແມ່ນກ່ຽວກັບກະສັດຂອງອິດສະຣາເອນ. ເຫດການເຫລົ່ານີ້ເກີດຂື້ນໃນຂະນະທີ່ກະສັດອາສາແຫ່ງຢູດາຍັງມີຊີວິດຢູ່.

ປີທີສອງຂອງຣາຊການກະສັດອາສາເເຫ່ງຢູດາ

ນີ້ຫມາຍເຖິງປີທີສອງຂອງການປົກຄອງຂອງອາສາ. ຄວາມຫມາຍຂອງສິ່ງນີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດຈະແປໄດ້ວ່າ: "ເມື່ອອາສາເປັນກະສັດຂອງຢູດາເກືອບສອງປີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ໄດ້ຊົງປົກຄອງເຫນືອອິດສະຣາເອນສອງປີ

ນາດາບ ໄດ້ຄອບຄອງໃນອິດສະຣາເອນສອງປີ".

ສິ່ງຊົ່ວຮ້າຍໃນສາຍພະເນດຂອງພຣະຢາເວ

ສາຍຕາຂອງພຣະຢາເວເປັນຕົວແທນໃຫ້ແກ່ການພິພາກສາຂອງພຣະຢາເວ. ອາດຈະແປໄດ້ວ່າ: "ສິ່ງທີ່ຊົ່ວຮ້າຍໃນການພິພາກສາຂອງ ພຣະຢາເວ" ຫລື "ສິ່ງທີ່ພຣະຢາເວ ຖືວ່າເປັນສິ່ງຊົ່ວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ດຳເນີນຕາມວິຖີເເລະບາບຂອງຣາຊບິດາຂອງພຣະອົງ

ການດຳເນີນຢູ່ນີ້ ຫມາຍເຖິງການປະພຶດຕົວ. ອາດຈະແປໄດ້ວ່າ: "ໄດ້ເຮັດສິ່ງດຽວກັນທີ່ພໍ່ຂອງລາວໄດ້ເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ແລະ ໃຫ້ເຮັດບາບຕາມ

ການເດີນໄປໃນບາບຂອງຕົນເອງຫມາຍເຖິງການເຮັດບາບໃນທາງທີ່ແຕກຕ່າງຈາກວິທີທີ່ພໍ່ຂອງລາວໄດ້ເຮັດ. ອາດຈະແປໄດ້ວ່າ: "ແລະ ລາວໄດ້ເຮັດບາບໃນທາງຂອງຕົນເອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ຊຶ່ງຊັກນຳອິດສະຣາເອນໃຫ້ເຮັດບາບຕາມ

ການນຳຄົນໃຫ້ເຮັດສິ່ງໃດສິ່ງຫນຶ່ງສະແດງເຖິງອິດທິພົນຂອງພວກເຂົາທີ່ຈະເຮັດມັນ. ອາດຈະແປໄດ້ວ່າ: "ແລະ ໂດຍການເຮັດບາບ, ລາວໄດ້ສົ່ງອິດທິພົນຕໍ່ອິດສະຣາເອນໃຫ້ເຮັດບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).