lo_tn/1ki/15/18.md

4.7 KiB

ພະອົງໄດ້ຊົງນຳມາມອບໃຫ້ຂ້າຣາຊ ບໍລິວານ.

ການເອົາສິ່ງຂອງໄວ້ໃນມືຂອງພວກເຂົາຫມາຍເຖິງການໃຫ້ສິ່ງຂອງແກ່ພວກເຂົາ. ມັນຫມາຍຄວາມວ່າພວກເຂົາຈະເຮັດກັບສິ່ງທີ່ລາວຢາກໃຫ້ພວກເຂົາເຮັດ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດຈະແປໄດ້ວ່າ: "ລາວໄດ້ມອບມັນໃຫ້ແກ່ຜູ້ຮັບໃຊ້ຂອງລາວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-explicit]]).

ກະສັດໄດ້ເວົ້າວ່າ

ນີ້ຫມາຍຄວາມວ່າພະອົງເວົ້າໂດຍຜູ້ຮັບໃຊ້ຂອງພະອົງ. ອາສາໄດ້ບອກຜູ້ຮັບໃຊ້ຂອງລາວວ່າຈະເວົ້າຫຍັງກັບເບັນຮາດັດ ແລະ ພວກເຂົາກໍ່ໄດ້ເຮັດ. ຄວາມຫມາຍຂອງສິ່ງນີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດຈະແປໄດ້ວ່າ: "ອາສາບອກຜູ້ຮັບໃຊ້ຂອງລາວເວົ້າກັບ ເບັນຮາດັດ" ຫລື "ຜ່ານຜູ້ຮັບໃຊ້ຂອງລາວ, ອາສາເວົ້າກັບເບັນຮາດັດ" (ເບິ່ງເພີ່ມເຕີມ:

ຂໍໃຫ້ເຮົາເປັນພັນທະມິດກັນ

ພັນທະສັນຍາລະຫວ່າງສອງຄົນເປັນຕົວແທນຂອງສອງຄົນທີ່ມີພັນທະສັນຍາເຊິ່ງກັນ ແລະກັນ. ອາດຈະແປໄດ້ວ່າ: "ຂໍໃຫ້ພວກເຮົາມີພັນທະສັນຍາກັບກັນ ແລະ ກັນ" ຫລື "ໃຫ້ພວກເຮົາເຮັດສົນທິສັນຍາສັນຕິພາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ເບິ່ງ

ນີ້ແມ່ນສຳນວນ. ໃນທີ່ນີ້ຄຳວ່າ "ເບິ່ງ" ເພີ່ມຄວາມເອົາໃຈໃສ່ຕໍ່ສິ່ງທີ່ຕິດຕາມ ແລະ ເຮັດໃຫ້ສິ່ງທີ່ໄດ້ກ່າວມານັ້ນຖືກຕ້ອງ. ອາດຈະແປໄດ້ວ່າ: "ເປັນຫລັກຖານສະແດງວ່າຂ້ອຍຕ້ອງການສົນທິສັນຍາກັບເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

ຊົງຕັດສຳພັນໄມຕີກັບມາອາຊາກະສັດເເຫ່ງອິດສະຣາເອນ

ການລະເມີດພັນທະສັນຍາຫມາຍເຖິງການຍົກເລີກມັນ ແລະ ບໍ່ເຮັດໃນສິ່ງທີ່ສັນຍາໄວ້. ອາດຈະແປໄດ້ວ່າ: "ຍົກເລີກພັນທະສັນຍາຂອງທ່ານກັບກະສັດມາອາຊາກະສັດອິດສະຣາເອນ" ຫລື "ຢ່າສັດຊື່ຕໍ່ກະສັດມາອາຊາກະສັດອິດສະຣາເອນຕາມທີ່ທ່ານໄດ້ສັນຍາໄວ້ໃນພັນທະສັນຍາຂອງທ່ານກັບລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ຊົງຕັດສຳພັນໄມຕີກັບມາອາຊາກະສັດເເຫ່ງອິດສະຣາເອນ

ອາສາຕ້ອງການຢາກເບັນຮາດັດ ໂຈມຕີອິດສະຣາເອນ. ເບນຮາດັດສາມາດເຮັດໄດ້ພຽງແຕ່ຖ້າວ່າລາວທຳລາຍພັນທະສັນຍາກັບກະສັດອິດສະຣາເອນ. ຄວາມຫມາຍຂອງຄຳເວົ້ານີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດຈະແປໄດ້ວ່າ: "ຈົ່ງທຳລາຍພັນທະສັນຍາຂອງທ່ານກັບກະສັດບາຊາແຫ່ງອິດສະຣາເອນ, ແລະ ໂຈມຕີອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).