lo_tn/1ki/15/07.md

3.0 KiB

ໄດ້ຖືກບັນທຶກໄວ້ໃນຈົດຫມາຍເເຫ່ງກະສັດຢູດາບໍ່ເເມ່ນບໍ?

ຄຳຖາມນີ້ແມ່ນໃຊ້ເພື່ອແຈ້ງ ຫລື ເຕືອນຜູ້ອ່ານວ່າຂໍ້ມູນກ່ຽວກັບອາບີຢາມີຢູ່ໃນປື້ມຫົວນີ້. ເບິ່ງວິທີທີ່ທ່ານແປສິ່ງນີ້ໃນ 14:29. ຄຳຖາມ ໂວຫານນີ້ສາມາດແປເປັນຄຳເວົ້າ. ອາດຈະແປໄດ້ວ່າ: "ມັນຖືກຂຽນໄວ້ໃນປຶ້ມບັນທຶກເຫດການຂອງກະສັດຢູດາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໄດ້ຖືກບັນທຶກໄວ້ໃນຈົດຫມາຍເເຫ່ງກະສັດຢູດາບໍ່ເເມ່ນບໍ?

ນີ້ສາມາດລະບຸໃນຮູບແບບປະໂຫຍກກົງ. ອາດຈະແປໄດ້ວ່າ: "ມີບາງຄົນໄດ້ຂຽນກ່ຽວກັບເລື່ອງນີ້ໃນປື້ມບັນທຶກເຫດການຂອງກະສັດແຫ່ງຢູດາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive).

ລະຫວ່າງອາບີຢາກັບເຢໂຣໂບອາມ

ຊື່ "ອາບີຢາ" ແລະ "ເຢໂຣໂບອາມ" ແມ່ນຕົວແທນຂອງກອງທັບຂອງກະສັດທັງສອງຄົນນັ້ນ. ອາດຈະແປໄດ້ວ່າ: "ລະຫວ່າງກອງທັບຂອງອາບີຢາ ແລະ ເຢໂຣໂບອາມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ອາບີຢາໄດ້ຕາຍໄປຢູ່ກັບບັນພະບູລຸດຂອງຕົນ.

ໃນການໃຊ້ສັບສຸພາບນີ້, ການນອນຫລັບສະແດງເຖິງຄວາມຕາຍ. ອາດຈະແປໄດ້ວ່າ: "ອາບີຢາໄດ້ເສຍຊີວິດຄືກັບບັນພະບູລຸດຂອງລາວ" ຫລື "ຄືກັນກັບບັນພະບູລຸດຂອງລາວ, ອາບີຢາໄດ້ເສຍຊີວິດ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] [[rc:///ta/man/translate/figs-euphemism]]).

ຂຶ້ນເປັນກະສັດເເທນ

ປະໂຫຍກທີ່ວ່າ "ໃນບ່ອນຂອງລາວ" ແມ່ນ ຄຳປຽບທຽບທີ່ມີຄວາມຫມາຍວ່າ "ແທນລາວ". ອາດຈະແປໄດ້ວ່າ: "ກາຍເປັນກະສັດແທນທີ່ອາບີຢາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).