lo_tn/1ki/15/04.md

4.4 KiB

ດວງປະທິບດວງຫນຶ່ງໃນເຢຣູຊາເລັມ

ຄຳວ່າ "ດວງປະທິບ" ນີ້ຫມາຍເຖິງລູກຫລານຜູ້ທີ່ຈະເປັນກະສັດຄືກັບດາວິດ. ອາດຈະແປໄດ້ວ່າ: "ໃຫ້ດາວິດຜູ້ສືບເຊື້ອສາຍມາປົກຄອງຢູ່ກຸງເຢຣູຊາເລັມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ໂດຍໃຫ້ລູກສອງຄົນໄດ້ຂຶ້ນມາປົກຄອງຕໍ່

"ໂດຍການລ້ຽງລູກຊາຍຂອງອາບີຢາ ຫລັງຈາກລາວ" ຫລື "ໂດຍໃຫ້ອາບີຢາລູກຊາຍ".

ສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະອົງ

ຕາຢູ່ທີ່ນີ້ສະແດງໃຫ້ເຫັນເຖິງການເບິ່ງ, ແລະ ການເບິ່ງເຫັນເປັນຕົວແທນຄວາມຄິດ ຫລືການພິພາກສາ. ອາດຈະແປໄດ້ວ່າ: "ສິ່ງທີ່ ພຣະຢາເວຕັດສິນວ່າຖືກຕ້ອງ" ຫລື "ສິ່ງທີ່ ພຣະຢາເວຖືວ່າຖືກຕ້ອງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]]).

ຕະຫລອດຊີວິດຂອງເພິ່ນ

ຄຳວ່າ "ຕະຫລອດ" ສະແດງເປັນໄລຍະເວລາຫນຶ່ງ. ອາດຈະແປໄດ້ວ່າ: "ຕະຫລອດເວລາທີ່ດາວິດມີຊີວິດຢູ່" ຫລື "ຕະຫລອດຊີວິດຂອງດາວິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ເພິ່ນໄດ້ປະຕິບັດຕາມຄຳສັ່ງຂອງພຣະອົງທຸກຢ່າງ

ການຫັນຫນີຈາກຄຳສັ່ງ ສະແດງເຖິງການບໍ່ເຊື່ອຟັງ. ອາດຈະແປໄດ້ວ່າ: "ດາວິດບໍ່ໄດ້ເຊື່ອຟັງສິ່ງທີ່ພຣະເຈົ້າສັ່ງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ຍົກເວັ້ນເລື້ອງທີ່ກ່ຽວກັບອູຣິຢາຊາວຮິດຕີ

ນີ້ແມ່ນວິທີທົ່ວໄປທີ່ຈະກ່າວເຖິງສະຖານະການກັບອູຣິຢາ. ສາມາດເວົ້າໄດ້ຢ່າງຈະແຈ້ງຕື່ມວ່າບັນຫານີ້ແມ່ນຫຍັງ. ອາດຈະແປໄດ້ວ່າ: "ຍົກເວັ້ນໃນສິ່ງທີ່ລາວໄດ້ເຮັດກັບອູຣິຢາ ຊາວຮິດຕີ" ຫລື "ຍົກເວັ້ນເວລາທີ່ລາວເຮັດໃຫ້ອູຣິຢາຊາວຮິດຕີຖືກຂ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit).

ລະຫວ່າງ ເຣໂຫໂບອາມ ກັບເຢໂຣໂບອາມ

ຊື່ "ເຣໂຫໂບອາມ" ແລະ "ເຢໂຣໂບອາມ" ແມ່ນຕົວແທນຂອງກອງທັບຂອງກະສັດທັງສອງຄົນນັ້ນ. ເຣໂຫໂບອາມ ກັບເຢໂຣໂບອາມ. ລະຫວ່າງເຣໂຫໂບອາມ ແມ່ນພໍ່ຂອງອາບີຢາ. ອາດຈະແປໄດ້ວ່າ: "ລະຫວ່າງກອງທັບຂອງເຣໂຫໂບອາມ ແລະ ເຢໂຣໂບອາມ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche).

ຕະຫລອດຊີວິດຂອງອາບີຢາ

ຄຳວ່າ "ຕະຫລອດ" ສະແດງເປັນໄລຍະເວລາຫນຶ່ງ. ອາດຈະແປໄດ້ວ່າ: "ຕະຫລອດເວລາທີ່ອາບີຢາຢູ່" ຫລື "ຕະຫລອດຊີວິດຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).