lo_tn/1ki/14/09.md

2.4 KiB

ເຮົາໄດ້ຖິ້ມເບື້ອງຫລັງຂອງເຈົ້າ

ເຢໂຣໂບອາມບໍ່ໄດ້ນັບຖືພຣະຢາເວ ຄືເປັນຄົນຖິ້ມສິ່ງທີ່ບໍ່ຕ້ອງການ. ອາດຈະແປໄດ້ວ່າ: "ປະຕິເສດຂ້ອຍຢ່າງສົມບູນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ເບິ່ງ

"ເອົາໃຈໃສ່." ຄຳນີ້ຖືກເພີ່ມເຂົ້າມາເພື່ອຊີ້ໃຫ້ເຫັນວ່າສິ່ງທີ່ຕາມມາແມ່ນສຳຄັນ.

ເຮົາຈະຕັດ ... ເເລະ ເຮົາຈະເຜົາຜານຣາຊວົງ.

ສອງປະໂຫຍກນີ້ແມ່ນຄ້າຍຄືກັນຫລາຍໃນຄວາມຫມາຍ ແລະ ຖືກເວົ້າອີກຄັ້ງຫນຶ່ງເພື່ອເນັ້ນຫນັກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism).

ຕັດຊາຍທຸກຄົນໃນອິດສະຣາເອນ

ພຣະຢາເວກ່າວເຖິງການທຳລາຍຄອບຄົວຂອງ ເຢໂຮໂບອາມ ແລະ ກີດຂວາງລາວຈາກການມີລູກຫລານຄືກັບວ່າພຣະອົງກຳລັງຕັດພວກເຂົາອອກເປັນດັ່ງຕັດກິ່ງງ່າຈາກຕົ້ນໄມ້. ອາດຈະແປໄດ້ວ່າ: "ທຳລາຍເດັກນ້ອຍຊາຍຂອງທ່ານທຸກໆຄົນໃນອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ເຮົາຈະເຜົາຜານຣາຊວົງຂອງເຈົ້າຢ່າງທີ່ຄົນເຜົາຂີ້ສັດໃຫ້ໃຫມ້ຈົນຫມົດ

ຕົວຢ່າງນີ້ປຽບທຽບການກຳຈັດບັນດາລູກຫລານຂອງເຢໂຣໂບອາມກັບການເຜົາຂີ້ເຫຍື້ອທີ່ສົມບູນທີ່ປະສົມກັບເຟືອງ, ຕາກແຫ້ງ ແລະ ເຜົາເປັນເຊື້ອໄຟ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)