lo_tn/1ki/12/16.md

3.3 KiB

ອິດສະຣາເອນທັງຫມົດ

ທີ່ນີ້ "ອິດສະຣາເອນ" ແມ່ນຄຳອຸປະມາສຳລັບຜູ້ຊາຍທຸກຄົນຂອງອິດສະຣາເອນທີ່ມີຄວາມສາມາດໃນການຕໍ່ສູ້. "ຊາວອິດສະຣາເອນທັງຫມົດ" ແມ່ນຄວາມເວົ້າທີ່ເວົ້າເກີນໄປເຊິ່ງຫມາຍຄວາມວ່າຜູ້ຊາຍຊາວອິດສະຣາເອນເກືອບທັງຫມົດ. ອາດຈະແປໄດ້ວ່າ: "ຊາຍທັງຫມົດຂອງອິດສະຣາເອນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-hyperbole]]).

ພວກທ່ານມີສ່ວນເເບ່ງຫຍັງຈາກດາວິດ?

"ການແບ່ງປັນ" ແມ່ນຄຳອະທິບາຍທີ່ມີຄວາມຫມາຍສ່ວນຫນຶ່ງ, ການມີສ່ວນຮ່ວມ, ຫລື ຄວາມສົນໃຈ. ຄຳຖາມນີ້ສາມາດແປເປັນຄຳເວົ້າງ່າຍໆ. ອາດຈະແປໄດ້ວ່າ: "ພວກເຮົາຈະບໍ່ມີສ່ວນໃນຄອບຄົວຂອງດາວິດ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-metonymy]])

ຂ້ານ້ອຍບໍ່ມີສ່ວນໃນມໍລະດົກຈາກລູກຊາຍຂອງເຢຊີ

"ລູກຊາຍຂອງເຢຊີ" ແມ່ນຄຳອຸປະມາສຳລັບດາວິດ, ລູກຊາຍຂອງເຢຊີ. "ມໍລະດົກ" ແມ່ນຄຳອຸປະມາສຳລັບພາກສ່ວນທີ່ເຫລືອ ສຳລັບຄົນເຫລົ່ານີ້ຈາກຄວາມສຳເລັດຂອງດາວິດ. ອາດຈະແປໄດ້ວ່າ: "ພວກເຮົາຈະບໍ່ມີຫຍັງກ່ຽວຂ້ອງກັບລູກຫລານຂອງ ເຢຊີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ໄປເຕັນຂອງທ່ານເຖີດ, ອິດ​ສະ​ຣາ​ເອນ

"ເຕັນ" ແມ່ນຄຳປຽບທຽບທີ່ເປັນຕົວແທນຂອງສະຖານທີ່ຢູ່ອາໄສຂອງຄົນ. ອາດຈະແປໄດ້ວ່າ: "ໄປເຮືອນຂອງເຈົ້າ, ປະຊາຊົນອິດສະຣາເອນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ຈົ່ງເບິ່ງຣາຊວົງຂອງທ່ານເອງເຖີດ,ດາ​ວິດ.

"ຣາຊວົງ" ແມ່ນຄຳອຸປະມາສຳລັບເຊື້ອສາຍ ແລະ ອຳນາດຂອງດາວິດ. ອາດຈະແປໄດ້ວ່າ: "ຕອນນີ້ດູແລອານາຈັກຂອງເຈົ້າເອງ, ເຊື້ອສາຍຂອງດາວິດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).