lo_tn/1ki/11/31.md

2.5 KiB

ເຂົາໄດ້ເວົ້າ

ນີ້ຄຳວ່າ "ເຂົາ" ຫມາຍເຖິງອາຮີຢາ.

ຈີກອານາຈັກຈາກ

ທີ່ນີ້ "ຈີກອານາຈັກຈາກ" ແມ່ນຄຳປຽບທຽບທີ່ກ່າວເຖິງການກະທຳຂອງຖອນກຳລັງຢ່າງແຮງ. ນີ້ແມ່ນຄ້າຍຄືກັບຄົນທີ່ກຳລັງຈີກເຄື່ອງນຸ່ງອອກເປັນສີິ້ນສ່ວນ. ອາດຈະແປໄດ້ວ່າ: "ເອົາອານາຈັກອອກໄປດ້ວຍກຳລັງ" ເບິ່ງວິທີທີ່ທ່ານແປປະໂຫຍກນີ້ໃນ 11:11. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ມືຂອງໂຊໂລໂມນ

ນີ້ແມ່ນ "ມື" ແມ່ນຄໍາປຽບທຽບເຖິງສິດອຳນາດ, ການຄວບຄຸມ ແລະ ອຳນາດຂອງບຸກຄົນ. ອາດຈະແປໄດ້ວ່າ: "ການຄວບຄຸມຂອງໂຊໂລໂມນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ໂຊໂລໂມນຈະມີ

ຊື່ "ໂຊໂລໂມນ" ທີ່ນີ້ແມ່ນຄຳອຸປະມາທີ່ກ່າວເຖິງລູກຫລານຂອງລາວ. ອາດຈະແປໄດ້ວ່າ: "ລູກຊາຍຂອງໂຊໂລໂມນຈະມີ" ຫລື "ລູກຫລານຂອງໂຊໂລໂມນຈະມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ສິ່ງທີ່ຊອບທຳໃນສາຍຕາຂອງເຮົາ

"ສາຍຕາ" ນີ້ແມ່ນຄຳປຽບທຽບສຳລັບຄວາມຄິດເຫັນ ຫລື ຄວາມຄິດຂອງຜູ້ໃດຜູ້ຫນຶ່ງ. ນີ້ແມ່ນສຳນວນ ທີ່ໃຊ້ກັນທົ່ວໄປ. ອາດຈະແປໄດ້ວ່າ: "ສິ່ງທີ່ຂ້ອຍຖືວ່າຖືກຕ້ອງ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-idiom]]).

ອັດສະຕາກ ... ເຄໂມດ ... ໂມເລກ

ເຫລົ່ານີ້ແມ່ນຊື່ຂອງພະປອມ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names).