lo_tn/1ki/06/11.md

2.6 KiB

ພຣະວັດຈະນະຂອງພຣະຢາເວໄດ້ມາຮອດ

ນີ້ແມ່ນສຳນວນທີ່ຖືກນໍາໃຊ້ເພື່ອແນະນໍາບາງສິ່ງບາງຢ່າງທີ່ພຣະເຈົ້າໄດ້ບອກຜູ້ເຜີຍພຣະວັດຈະນະ ຫລື ຜູ້ຄົນຂອງພຣະອົງ. ອາດຈະແປໄດ້ວ່າ: "ພຣະຢາເວ ກ່າວຂໍ້ຄວາມນີ້" ຫລື "ພຣະຢາເວກ່າວເຖິງຂໍ້ຄວາມເຫລົ່ານີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom).

ດຳເນີນຕາມກົດເກນຂອງເຮົາເຊື່ອຟັງກົດຂອງເຮົາ

ຄຳວ່າ "ດຳເນີນ" ແມ່ນຄຳປຽບທຽບສຳລັບ "ອາໄສຢູ່" ຫລື "ເຊື່ອຟັງ." ອາດຈະແປໄດ້ວ່າ: "ປະຕິບັດຕາມຂໍ້ກຳນົດຂອງຂ້ອຍຢ່າງຕໍ່ເນື່ອງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor).

ເຮັດຄວາມຍຸດຕິທຳ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ປະຕິບັດກົດຫມາຍຂອງຂ້ອຍທັງຫມົດ" ຫລື 2) "ປະຕິບັດຕໍ່ຄົນທີ່ເຈົ້າ ກຳລັງປົກຄອງຢ່າງຍຸຕິທຳ."

ຮັກສາພຣະບັນຍັດທັງຫມົດຂອງເຮົາ, ໂດຍດຳເນີນຕາມ

ສອງວະລີນີ້ຫມາຍເຖິງພື້ນຖານອັນດຽວກັນ ແລະ ເນັ້ນເຖິງຄວາມສຳຄັນຂອງການເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າ. ອາດຈະແປໄດ້ວ່າ "ເຊື່ອຟັງຢ່າງລະມັດລະວັງທຸກສິ່ງທີ່ຂ້ອຍບອກເຈົ້າໃຫ້ເຮັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism).

ເຮົາກໍຢືນຢັນຄຳສັນຍາຂອງເຮົາກັບເຈົ້າຊຶ່ງເຮົາໄດ້ເຮັດໄວ້ກັບດາວິດພໍ່ຂອງເຈົ້າ

"ຂ້ອຍຈະເຮັດທຸກສິ່ງທີ່ຂ້ອຍໄດ້ສັນຍາກັບດາວິດພໍ່ຂອງເຈົ້າວ່າຂ້ອຍຈະເຮັດເພື່ອເຈົ້າ".