lo_tn/1ki/01/35.md

3.9 KiB

ຂໍ້​ມູນ​ທົ່ວ​ໄປ:

ກະສັດດາວິດສືບຕໍ່ກ່າວແທນໂຊໂລໂມນວ່າເປັນຜູ້ທີ່ຈະຂຶ້ນເປັນກະສັດ.

ເຂົາຈະມານັ່ງເທິງບັນລັງຂອງເຮົາ

ຄຳວ່າ "ນັ່ງເທິງບັນລັງ" ຖືກໃຊ້ເປັນຄຳ ອຸປະມາເພື່ອເປັນກະສັດໃນເວລາ 1:13, 1:15, ແລະ 1:28. ຕໍ່ໄປນີ້ທີ່ດາວິດເວົ້າກ່ຽວກັບໂຊໂລໂມນ ທີ່ນັ່ງຢູ່ເທິງບັນລັງທາງກາຍຍະພາບແທ້ໆ.

ຂໍໃຫ້ເປັນດັ່ງນັນເຖີດ!

ພວກເຂົາເຫັນດີ ແລະ ຈະເຮັດໃນສິ່ງທີ່ກະສັດດາວິດໄດ້ກ່າວ.

ຂໍພຣະຢາເວ, ເຈົ້າເເຫ່ງກະສັດເຈົ້ານາຍຂອງຂ້ານ້ອຍ, ໄດ້ຢືນຢັນດັ່ງນັ້ນ

ເບໄນຢາ ເວົ້າກັບກະສັດດາວິດຄືກັບວ່າລາວ ກຳລັງເວົ້າກັບຜູ້ອື່ນເພື່ອສະແດງວ່າລາວນັບຖືກະສັດດາວິດ. ອາດຈະແປໄດ້ວ່າ: "ນາຍ ແລະ ກະສັດຂອງຂ້ອຍ, ຂໍໃຫ້ ພຣະເຈົ້າຂອງເຈົ້າເປັນຜູ້ຢືນຢັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns).

ໄດ້ສະຖິດກັບກະສັດເຈົ້ານາຍຂອງຂ້າພ​ຣະອົງມາເເລ້ວຢ່າງໃດ

ເບໄນຢາ ເວົ້າກັບກະສັດດາວິດຄືກັບວ່າລາວ ກຳລັງເວົ້າກັບຜູ້ອື່ນເພື່ອສະແດງວ່າລາວນັບຖືກະສັດດາວິດ. ອາດຈະແປໄດ້ວ່າ: "ໄດ້ຢູ່ກັບເຈົ້າ, ເຈົ້າຂອງຂ້ອຍກະສັດ, ສະນັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns).

ຂໍຊົງເຮັດໃຫ້ບັນລັງຂອງໂຊໂລໂມນໃຫຍ່ຫລາຍກວ່າບັນລັງຂອງກະສັດດາວິດເຈົ້ານາຍຂອງຂ້ານ້ອຍ

ຄຳວ່າ "ບັນລັງ" ແມ່ນ ຄຳອຸປະມາສຳລັບທັງ 1) ບຸກຄົນທີ່ນັ່ງເທິງບັນລັງ. ອາດຈະແປໄດ້ວ່າ: "ເຮັດໃຫ້ຜູ້ທີ່ນັ່ງເທິງບັນລັງສູງກວ່າກະສັດດາວິດຂອງຂ້ອຍ" ຫລື 2) ອານາຈັກທີ່ຜູ້ທີ່ນັ່ງເທິງບັນລັງປົກຄອງ. ອາດຈະແປໄດ້ວ່າ: "ເຮັດໃຫ້ອານາຈັກຂອງລາວໃຫຍ່ກວ່າອານາຈັກຂອງກະສັດດາວິດ,​ເຈົ້ານາຍຂອງຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy).

ບັນລັງຂອງກະສັດດາວິດເຈົ້ານາຍຂອງຂ້ານ້ອຍ

ເບໄນຢາ ເວົ້າກັບກະສັດດາວິດຄືກັບວ່າລາວ ກຳລັງເວົ້າກັບຜູ້ອື່ນເພື່ອສະແດງວ່າລາວນັບຖືກະສັດດາວິດ. ອາດຈະແປໄດ້ວ່າ: "ບັນລັງຂອງເຈົ້າ, ກະສັດດາວິດເຈົ້າຂອງຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns).