lo_tn/1jn/03/16.md

3.7 KiB

ພຣະຄຣິດຊົງຍອມສະລະຊິວິດຂອງພຣະອົງເພື່ອເຮົາທັງຫລາຍ.

ຄຳເຫລົ່ານີ້ໝາຍເຖິງ "ພຣະຄຣິດຊົງສະຫລະຊິວິດຂອງພຣະອົງເພື່ອເຮົາຢ່າງເຕັມໃຈ "ຫຼຶ "ພຣະຄຣິດຊົງສິ້ນພຣະຊົນຢ່າງເຕັມໃຈເພື່ອເຮົາ"(ໃຫ້ເບິ່ງໃນ: rc://*/ta/man/translate/figs-idiom)

ຊັບສົມບັດໃນໂລກນີ້

ວັດຖຸສິ່ງຂອງ ເຊັ່ນ ເງິນ ອາຫານ ຫລຶ ເສຶ້ອຜ້າ

ເຫັນພິ່ນ້ອງຂອງເຮົາຂັດສົນ

"ແລະຄິດວ່າພິ່ນ້ອງຂອງຕົນຕ້ອງການຄວາມຊ່ອຍເຫຼຶອ"

ແລ້ວຍັງບໍ່ມີຄວາມເມດຕາຄວາມຮັກຂອງພຣະເຈົ້າ

"ບໍ່ມີໃຈເມດຕາຄວາມຮັກ "ເປັນສຳນວນ ແປອີກຢ່າງວ່າ "ແຕ່ບໍ່ເຄີຍສະແດງຄວາມເມດຕາ "ຫລື "ແຕ່ບໍ່ຍອມຊ່ອຍເຫູຶອເຂົາ" (ໃຫ້ເບິ່ງໃນ: rc://*/ta/man/translate/figs-metaphor)

ຄວາມຮັກຂອງພຣະເຈົ້າຈະດຳລົງຢູ່ໃນຜູ້ນັ້ນໄດ້ຢ່າງໃດ.

ໂຢຮັນໃຊ້ຄຳຖາມນີ້ເພື່ອສັ່ງສອນຜູ້ອ່ານ ແປອີກຢ່າງວ່າ"ຄວາມຮັກຂອງພຣະເຈົ້າບໍ່ໄດ້ຢູ່ໃນເຂົາ"(ໃຫ້ເບິ່ງໃນ: rc://*/ta/man/translate/figs-metaphor)

ລູກທີ່ຮັກຂອງພຣະເຈົ້າ

ໂຢຮັນນັ້ນເປັນຄົນມີອາຍຸແລະຍັງເປັນຜູ້ນຳຂອງພວກເຂົາດ້ວຍໂຢຮັນໃຊ້ຄຳເວົ້າດັ່ງກ່າວເພຶ່ອສະແດງໃຫ້ເຫັນເຖິງຄວາມຮັກຂອງເຂົາທີ່ມີຕໍ່ພວກເຂົາແປອີກຢ່າງວ່າ "ລູກທີ່ຮັກຂອງຂ້າພະເຈົ້າໃນພຣະຄຣິດ "ຫລຶ "ທ່ານເປັນທີ່ຮັກຂອງຂ້າພະເຈົ້າເໝຶອນເປັນລູກແທ້ໆຂອງຂ້າພະເຈົ້າ"ໃຫ້ກັບໄປເບິ່ງໃນ2:1ວ່າແປໄວ້ຢ່າງໃດ(ໃຫ້ເບິ່ງໃນ: rc://*/ta/man/translate/figs-metaphor)

ຢ່າໃຫ້ເຮົາຮັກກັນດ້ວຍຄຳເວົ້າແລະດ້ວຍປາກເທົ່ານັ້ນ.

ຄຳເວົ້າທີ່ວ່າ"ດ້ວຍຄຳເວົ້າ"ແລະ"ດ້ວຍປາກ"ນັ້ນໝາຍເຖິງສິ່ງທີ່ເວົ້າອອກໄປ ແປວ່າອີກຢ່າງວ່າ"ຢ່າພຽງແຕ່ເວົ້າວ່າເຮົາຮັກຄົນອື່ນເທົ່ານັ້ນ"(ໃຫ້ເບິ່ງໃນ: rc://*/ta/man/translate/figs-ellipsis)

ແຕ່ຈົ່ງຮັກດ້ວຍການກະທຳ ແລະດ້ວຍຄວາມຈິງ.

ແປອີກຢ່າງວ່າ" ແຕ່ຈົ່ງສະແດງໃຫ້ເຫັນວ່າທ່ານຮັກຜູ້ອື່ນຢ່າງແທ້ຈິງດ້ວຍການຊ່ອຍເຫລືອພວກເຂົາ"(ໃຫ້ເບິ່ງໃນ: rc://*/ta/man/translate/figs-ellipsis)