lo_tn/1jn/03/09.md

3.5 KiB

ຂໍ້ມູນເຊື່ອມຕໍ່:

ໃນຂໍ້ຄວາມນີ້ທີ່ໂຢຮັນໄດ້ລົງທ້າຍໃນເລື່ອງຂອງການບັງເກີດໃຫມ່ແລະທັມະຊາດໃໝ່ຊຶ່ງຈະເຮັດບາບອີກຕໍ່ໄປບໍ່ໄດ້.

ຜູ້ໃດທີ່ບັງເກີດມາຈາກພຣະເຈົ້າ.

ແປໄດ້ອີກຢ່າງວ່າ: "ຜູ້ໃດກໍຕາມທີ່ພຣະເຈົ້າຊົງເຮັດໃຫ້ເປັນບຸດຂອງພຣະອົງ" (ໃຫ້ເບິ່ງໃນ: rc://*/ta/man/translate/figs-activepassive)

ເມັດພຣະຄັມຂອງພຣະເຈົ້າ.

ໝາຍເຖິງພຣະວິນຍານບໍຣິສຸດຜູ້ຊຶ່ງພຣະເຈົ້າຊົງປະທານໃຫ້ແກ່ບັນດາຜູ້ເຊື່ອ ເປັນພຣະວິນຍານທີ່ຊ່ວຍໃຫ້ບັນດາຜູ້ເຊື່ອອົດທີ່ຈະບໍ່ເຮັດບາບໄດ້ ລວມໄປເຖິງສິ່ງທີ່ພໍພຣະທັຍພຣະເຈົ້າ ສິ່ງເຫລົ່ານີ້ໄດ້ຮັບການປຽບທຽບໃຫ້ເປັນເມັດພຶດຊຶ່ງໄດ້ປູກລົງພື້ນດິນແລະຈະເລີນເຕີບໂຕ ໃນບາງຄັ້ງຜູ້ຂຽນອາດໃຊ້ຄໍາວ່າ "ທັມະຊາດໃໝ່" ເພື່ອອະທິບາຍໃນລັກສະນະດັງກ່າວ ແປໄດ້ອີກວ່າ "ພຣະວິນຍານບໍຣິສຸດ"(ໃຫ້ເບິ່ງໃນ: rc://*/ta/man/translate/figs-metaphor)

ເຂົາບັງເກີດຈາກພຣະເຈົ້າ

ແປໄດ້ອີກວ່າ: "ພຣະເຈົ້າປະທານຊີວິດຝ່າຍຈິດວິນຍານໃຫ້ແກ່ພວກເຂົາ" ຫລື "ພວກເຂົາເປັນບຸດຂອງພຣະເຈົ້າ"(ໃຫ້ເບິ່ງໃນ: rc://*/ta/man/translate/figs-activepassive)

ດ້ວຍເຫດນີ້ບຸດຂອງພຣະເຈົ້າ ແລະ ລູກຂອງມານຈຶ່ງຖືກເປີດເຜີຍ.

ແປໄດ້ອີກຢ່າງວ່າ"ດ້ວຍວີທີການນີ້ເອງເຮົາຈຶ່ງຮູ້ຈັກວ່າຜູ້ໃດເປັນບຸດຂອງພຣະເຈົ້າແລະໃຜເປັນລູກຂອງມານ" (ໃຫ້ເບິ່ງໃນ: rc://*/ta/man/translate/figs-activepassive)

ຜູ້ທີ່ບໍ່ເຮັດຕາມຄວາມຊອບທັມຈາກພຣະເຈົ້າ; ແລະ ບໍ່ຮັກພີ່ນ້ອງຂອງຕົນຜູ້ນັ້ນບໍ່ໄດ້ມາຈາກພຣະເຈົ້າ.

ຄໍາວ່າ "ພີ່ນ້ອງ" ຫມາຍເຖິງຜູ້ເຊື່ອທີ່ເປັນຄຣິດສະຕຽນດ້ວຍກັນ "ຜູ້ທີ່ເຮັດໃນສິ່ງທີ່ຊອບທັມກໍມາຈາກພຣະເຈົ້າ ແລະຜູ້ທີ່ຮັກພີ່ນ້ອງຂອງຕົນກໍມາຈາກພຣະເຈົ້າ" (ໃຫ້ເບິ່ງໃນ: [[rc:///ta/man/translate/figs-doublenegatives]] และ [[rc:///ta/man/translate/figs-ellipsis]])