lo_tn/1jn/03/07.md

3.3 KiB

ລູກທັງຫລາຍເອີຍ

ໂຢຮັນເປັນຄົນມີອາຍຸສູງແລະຍັງເປັນຜູ້ນໍາຂອງພວກເຂົາດ້ວຍ ໂຢຮັນໃຊ້ຄໍາເວົ້າດັ່ງກ່າວເພື່ອສະແດງໃຫ້ເຫັນເຖິງຄວາມຮັກຂອງລາວທີ່ມີຕໍ່ພວກເຂົາ ແປໄດ້ອີກວ່າ "ລູກທີ່ຮັກຂອງຂ້າພະເຈົ້າໃນພຣະຄຣິດ" ຫລື "ທ່ານເປັນທີ່ຮັກຂອງຂ້າພະເຈົ້າເຫມືອນກັບວ່າເປັນລູກແທ້ໆຂອງຂ້າພະເຈົ້າ" ໃຫ້ກັບໄປເບິ່ງໃນ2:1 ວ່າແປໄວ້ແນວໃດ(ໃຫ້ເບິ່ງໃນ : rc://*/ta/man/translate/figs-metaphor)

ຢ່າໃຫ້ໃຜຊັກຈູງທ່ານໃຫ້ຫລົງ

ການຖືກຫລອກໃຫ້ບໍ່ເຊື່ອຟັງພຣະເຈົ້າໄດ້ຮັບການປຽບທຽບໃຫ້ເໜືອນກັບການທີ່ຄົນໜຶ່ງຖືກນໍາໃຫ້ເດີນອອກນອກທາງໄປ ແປອີກຢ່າງວ່າ "ຢ່າໃຫ້ໃຜຫລອກທ່ານໄດ້" ຫລື "ຢ່າໃຫ້ໃຜຫລອກລວງທ່ານໄດ້"(UDB) (ໃຫ້ເບິ່ງໃນ: rc://*/ta/man/translate/figs-metaphor)

ຜູ້ທີ່ເຮັດຕາມຄວາມຊອບທັມກໍຊອບທັມ, ຢ່າງພຣະຄຣິດຊົງຊອບທັມ.

"ຜູ້ທີ່ເຮັດໃນສິ່ງທີ່ຖືກຕ້ອງນັ້ນກໍເປັນທີ່ພໍພຣະທັຍພຣະເຈົ້າເໜືອນກັບທີ່ພຣະເຢຊູຄຣິດຊົງເປັນທີ່ພໍພຣະທັຍພຣະເຈົ້າ"

ກໍມາຈາກມານ

"ເປັນຂອງມານ" ຫລື "ຄືກັບມານ"

ຕັ້ງແຕ່ຕົ້ນ

ໝາຍເຖິງຕອນເລີ່ມຕົ້ນທີ່ທຸກສິ່ງທຸກຢ່າງຖືກສ້າງຂຶ້ນມາກ່ອນທີ່ມະນຸດຈະຕົກໃນຄວາມບາບຄັ້ງທໍາອິດ ແປອີກຢ່າງວ່າ "ຕັ້ງແຕ່ການຊົງສ້າງເລີ່ມຕົ້ນ"(ໃຫ້ເບິ່ງໃນ: rc://*/ta/man/translate/figs-metonymy)

ພຣະບຸດຂອງພຣະເຈົ້າຈຶ່ງໄດ້ປາກົດ

ແປໄດ້ອີກຢ່າງວ່າ: "ພຣະເຈົ້າຊົງສໍາແດງໃຫ້ເຫັນພຣະບຸດຂອງພຣະອົງ"(ໃຫ້ເບິ່ງໃນ: rc://*/ta/man/translate/figs-activepassive)

ພຣະບຸດຂອງພຣະເຈົ້າ

"ຄໍານີ້ສະແດງໃຫ້ເຫັນເຖິງຖານະທີ່ສໍາຄັນຂອງພຣະເຢຊູ ເຮັດໃຫ້ເຮົາເຂົ້າໃຈເຖິງຄວາມສໍາພັນຂອງພຣະເຢຊູກັບອົງພຣະຜູ້ເປັນເຈົ້າ(ໃຫ້ເບິ່ງໃນ: rc://*/ta/man/translate/guidelines-sonofgodprinciples)