lo_tn/1jn/03/01.md

3.7 KiB

ຂໍ້ມູນເຊື່ອມຕໍ່:

ເນື້ອຫາໃນສ່ວນນີ້ນັ້ນ ໂຢຮັນໄດ້ເວົ້າເຖິງທັມະຊາດໃຫມ່ຊື່ງບໍ່ສາມາດເຮັດບາບຕໍ່ໄປໄດ້.

ເບິ່ງແມ! ຄວາມຮັກຂອງພຣະບິດາເຈົ້າທີ່ປະທານໃຫ້ແກ່ເຮົາ.

"ໃຫ້ລອງຄິດເບິ່ງແມ່ນວ່າພຣະບິດາຊົງຮັກເຮົາຫລາຍພຽງໃດ"

ພວກເຮົາຈະໄດ້ຊື່ວ່າເປັນບຸດຂອງພຣະເຈົ້າ.

"ພຣະບິດາຊົງເອີ້ນພວກເຮົາວ່າເປັນບຸດຂອງພຣະອົງ"

ບຸດ

ໝາຍເຖິງບຸດຄົນຜູ້ທີ່ເປັນຂອງພຣະເຈົ້າຜ່ານທາງຄວາມເຊື່ອໃນພຣະເຢຊູ.

ດ້ວຍເຫດນີ້ໂລກບໍ່ຮູ້ຈັກເຮົາເພາະໂລກບໍ່ຮູ້ຈັກພຣະອົງ.

ມີຄວາມໝາຍທີ່ເປັນໄປໄດ້ຄຶ 1)"ເພາະວ່າເຮົາເປັນລູກຂອງພຣະເຈົ້າແລະເພາະໂລກນັ້ນບໍ່ຮູ້ຈັກພຣະເຈົ້າໂລກຈຶ່ງບໍ່ຮູ້ຈັກເຮົາດ້ວຍ"ຫລື2) "ເພາະວ່າໂລກບໍ່ຮູ້ຈັກພຣະເຈົ້າ ໂລກຈຶ່ງບໍ່ຮູ້ຈັກເຮົາ"

ໂລກບໍ່ຮູ້ຈັກເຮົາເພາະໂລກບໍ່ຮູ້ຈັກພຣະອົງ.

ຄໍາວ່າ "ໂລກ" ນີ້ໝາຍເຖິງຜູ້ຄົນທີ່ບໍ່ໄດ້ຖວາຍກຽດແດ່ພຣະເຈົ້າ ຜູ້ແປສາມາດແປຢ່າງຊັດເຈນໄປເລີຍວ່າໂລກນັ້ນບໍ່ຮູ້ຈັກສິ່ງໃດ ແປອີກຢ່າງວ່າ "ຄົນເຫລົ່ານັ້ນທີ່ບໍ່ໄດ້ຖວາຍກຽດແດ່ພຣະເຈົ້າເພາະວ່າພວກເຂົາບໍ່ຮູ້ຈັກພຣະເຈົ້າ" (ໃຫ້ເບິ່ງໃນ: [[rc:///ta/man/translate/figs-metonymy]] และ [[rc:///ta/man/translate/figs-explicit]])

ທ່ານທີ່ຮັກທັງຫລາຍ

"ທ່ານທັງຫລາຍທີ່ຂ້າພະເຈົ້າຮັກ" ຫລື "ສະຫາຍທີ່ຮັກທັງຫລາຍ" ໃຫ້ກັບໄປເບິ່ງໃນ 2:7 ວ່າແປໄວ້ແນວໃດ

ຍັງບໍ່ສໍາແດງວ່າ

"ພຣະເຈົ້າຍັງບໍ່ຊົງເປີດເຜີຍ"(ให้ดูใน: rc://*/ta/man/translate/figs-activepassive)

ສໍາແດງ

ໝາຍເຖິງຄໍາໃດກໍໄດ້ລະຫວ່າງຄໍາວ່າ "ບອກ" ຫລື "ສະແດງ" ຫລື "ສໍາແດງໃຫ້ເຫັນ"

ທຸກຄົນທີ່ມີຄວາມໜັ້ນໃຈຢ່າງນີ້ກ່ຽວກັບເລື່ອງອານາຄົດກໍໃຫ້ຊໍາລະຕົນເອງໃຫ້ບໍຣິສຸດຢ່າງທີ່ພຣະອົງຊົງບໍຣິສຸດ

"ທຸກຄົນທີ່ຕັ້ງຄວາມຫວັງຢ່າງໜັ້ນຄົງແລ້ວວ່າຈະເຫັນອົງພຣະຄຣິດຢ່າງທີ່ພຣະອົງຊົງເປັນນັ້ນຈະຕ້ອງຮັກສາຕົນໃຫ້ບໍຣິສຸດເພາະພຣະຄຣິດຊົງບໍຣິສຸດ.