lo_tn/1jn/02/24.md

5.5 KiB

ຂໍ້ມູນເຊື່ອມຕໍ່:

ໂຢຮັນເຕືອນຜູ້ທີ່ເຊື່ອໃຫ້ສຶບຕໍ່ໃນສິ່ງທີ່ພວກເຂົາເຈົ້າໄດ້ຍິນຄັ້ງທໍາອິດ.

ຂໍ້ມູນທົ່ວໄປ:

ຕໍ່ໄປນີ້ແມ່ນຄໍາທີ່ວ່າ "ທ່ານ" ກໍາລັງອອກສຽງແລະໝາຍເຖິງບັນດາຄົນທີ່ໂຢຮັນໄດ້ຂຽນເຖິງລວມໄປທີ່ບັນດາຜູ້ທີ່ເຊື່ອດ້ວຍ ສ່ວນຄໍາວ່າ "ພຣະອົງ" ເປັນຜູ້ມີອໍານາດແລະໝາຍເຖິງພຣະເຢຊູຄຣິດ. (See: rc://*/ta/man/translate/figs-you)

ຈົ່ງໃຫ້ສິ່ງທີ່ທ່ານ

ນີ້ໝາຍຄວາມວ່າໂຢຮັນກໍາລັງບອກພວກເຂົາວ່າພວກເຂົາຄວນຈະດໍາເນີນຊີວິດໃນຖານະເປັນຜູ້ຕິດຕາມຂອງພຣະເຢຊູຄຣິດ ແທນທີ່ຈະດໍາເນີນຊີວິດຄືກັບຜູ້ທີ່ຕໍ່ຕ້ານພຣະຄຣິດດໍາລົງຊີວິດ.

ຈົ່ງໃຫ້ສິ່ງທີ່ທ່ານໄດ້ຍິນມາຈາກຈຸດເລີ່ມຕົ້ນຍັງຄົງຢູ່ໃນຕົວທ່ານ

"ຈົ່ງຈື່ຈໍາແລະເຊື່ອໃນສິ່ງທີ່ທ່ານໄດ້ຍິນມາຕັ້ງແຕ່ເລີ່ມຕົ້ນ" ວີທີການທີ່ພວກເຂົາໄດ້ຍິນ, ສິ່ງທີ່ພວກເຂົາໄດ້ຍິນ, ແລະລວມໄປເຖິງຄວາມຫມາຍຂອງຄໍາວ່າ "ໃນຕອນຕົ້ນ" ສາມາດເຮັດໃຫ້ມີຄວາມຊັດເຈນຫລາຍຂຶ້ນ: ແປໄດ້ອີກວ່າ: "ຈົ່ງສຶບຕໍ່ໄວ້ວາງໃຈສິ່ງທີ່ພວກເຮົາສັ່ງສອນພວກເຈົ້າໃນເລື່ອງພຣະເຢຊູເຫມືອນກັບທ່ານໄດ້ໄວ້ວາງໃຈຕັ້ງແຕ່ທ່ານເປັນຜູ້ເຊື່ອຄັ້ງທໍາອິດ"(See: rc://*/ta/man/translate/figs-explicit)

ສິ່ງທີ່ທ່ານໄດ້ຍິນຕັ້ງແຕ່ຕົ້ນ

"ສິ່ງທີ່ພວກເຮົາໄດ້ສອນທ່ານກ່ຽວກັບພຣະເຢຊູເມື່ອທ່ານໄດ້ກາຍມາເປັນຜູ້ເຊື່ອຄັ້ງທໍາອິດ"

ຖ້າສິ່ງທີ່ທ່ານໄດ້ຍິນຕັ້ງແຕ່ຕົ້ນຍັງຄົງຢູ່ໃນຕົວທ່ານ

ຄໍາທີ່ວ່າ "ຍັງຄົງຢູ່ແມ່ນເວົ້າກ່ຽວກັບຄວາມສໍາພັນ.ບໍ່ແມ່ນຄວາມລອດ. "ຖ້າທ່ານຍັງສຶບຕໍ່ໄວ້ວາງໃຈໃນສິ່ງທີ່ພວກເຮົາສອນທ່ານຄັ້ງທໍາອິດ"

ໜັ້ນຄົງຢູ່ໃນພຣະບຸດແລະພຣະບິດາ

"ຍັງມີຄວາມສໍາພັນກັບພຣະບຸດແລະກັບພຣະບິດາ. ເບິ່ງວິທີການແປໃນ 2:4

ແລະນີ້ເປັນຄໍາສັນຍາທີ່ພຣະອົງໄດ້ມອບໃຫ້ພວກເຮົາຄື: ຊີວິດນິຣັນດອນ.

ນີ້ແມ່ນສິ່ງທີ່ພຣະອົງສັນຍາໄວ້ວ່າຈະໃຫ້ເຮົາມີຊີວິດນິຣັນດອນ" ຫລື "ແລະພຣະອົງໄດ້ສັນຍາວ່າຈະໃຫ້ພວກເຮົາມີຊີວິດອັນຕະຫລອດໄປເປັນນິດ"

ຊີວິດ

ຄໍາວ່າ "ຊີວິດ" ທີ່ໃຊ້ຕະຫລອດພຣະທັມສະບັບນີ້ມີຄວາມຫມາຍຫລາຍກວ່າຊີວິດທາງກາຍະພາບ. ແຕ່ຫມາຍເຖິງພຣະເຢຊູຜູ້ຊຶ່ງເປັນຊີວິດນິຣັນດອນ. ເບີ່ງວິທີການນີ້ໃນ1:1(See: rc://*/ta/man/translate/figs-metonymy)

ຈະຫລອກຫລວງທ່ານໄປໃນທາງທີ່ຜິດ

"ຕ້ອງການທີ່ຈະດຶງດູດທ່ານໄປ. "ມີຜູ້ໜຶ່ງທີ່ຈະພະຍາຍາມຫລອກບັນດາຜູ້ທີ່ເຊື່ອໃຫ້ຫ່າງໄກຈາກພຣະເຈົ້າ. ແປໄດ້ອີກວ່າ: "ຕ້ອງການທີ່ຈະດຶງດູດທ່ານໃຫ້ຫ່າງໄກຈາກພຣະເຈົ້າແລະຄວາມຈິງຂອງພຣະອົງ" "ຈະພະຍາຍາມເຮັດໃຫ້ທ່ານເຊື່ອຄໍາຕົວະ"(See: rc://*/ta/man/translate/figs-explicit)

ນໍາພາທ່ານໃຫ້ຫລົງຜິດ

ການຊັກຊວນໃຫ້ບາງຄົນບໍ່ເຊື່ອຟັງພຣະເຈົ້າແມ່ນໄດ້ຮັບການປຽບທຽບຄືກັບການໃຫ້ບາງຄົນອອກໄປຈາກທາງເດີນທີ່ຖືກຕ້ອງ (See: rc://*/ta/man/translate/figs-metaphor)