lo_tn/1jn/02/12.md

5.4 KiB

ຂໍ້ມູນທົ່ວໄປ:

ໂຢຮັນອະທິບາຍວ່າເປັນຫຍັງລາວຈຶ່ງຂຽນຈົດຫມາຍຂອງລາວໄປບໍ່ວ່າຈະເປັນກຸ່ມອາຍຸແຕກຕ່າງກັນຫລືຜູ້ທີ່ເຊື່ອກັບຄວາມແຕກຕ່າງໃນການເຕີບໃຫຍ່ຝ່າຍວິນຍານ. ພະຍາຍາມໃຊ້ຄ້າຍຄືກັນໃນຂໍ້ຄວາມທີ່ປາກົດໃນຂ້າພະເຈົ້າກຳລັງຂຽນຈົດໝາຍມາເຖິງທ່ານທັງຫລາຍ, ທີ່ເປັນບິດາ,ພຣະທັມຂໍ້ນີ້ ເນື່ອງຈາກພຣະທັມດັ່ງກ່າວມີແນວການຂຽນຕາມກະວີ.

ເດັກນ້ອຍທີ່ຮັກແພງ

ໂຢຮັນເປັນຄົນມີອາຍຸແລະເປັນຜູ້ນໍາຂອງພວກເຂົາ ໂຢຮັນໃຊ້ຄໍາຮຽກຮ້ອງນີ້ສະເເດງໃຫ້ເຫັນເຖິງຄວາມຮັກຂອງລາວຕໍ່ພວກເຂົາ ແປອີກຢ່າງວ່າ: "ເດັກນ້ອຍທີ່ຮັກຂອງຂ້ອຍໃນພຣະຄຣິດ" ຫລື "ທ່ານເປັນທີ່ຮັກຂອງຂ້ອຍຄືກັບລູກຫລານຂອງຂ້ອຍເອງ" ໃຫ້ກັບໄປເບິ່ງວ່າ 2:1 ແປໄວ້ວ່າແນວໃດ(See: rc://*/ta/man/translate/figs-metaphor

ບາບຂອງທ່ານໄດ້ຖຶກອະພັຍ

ສິ່ງນີ້ສາມາດລະບຸໄດ້ໃນຮູບແບບທີ່ຫ້າວຫັນ. ແປໄດ້ອີກວ່າ: "ພຣະເຈົ້າໃຫ້ອະພັຍບາບຂອງທ່ານ"(See: rc://*/ta/man/translate/figs-activepassive)

ເພາະພຣະນາມຂອງພຣະອົງ

ຄໍາວ່າ "ພຣະນາມ" ໝາຍເຖິງພຣະຄຣິດແລະຜູ້ຊຶ່ງພຣະອົງຊົງເປັັນ. ແປໄດ້ອີກວ່າ: "ຍ້ອນສິ່ງທີ່ພຣະຄຣິດໄດ້ກະທໍາເພື່ອທ່ານ" (See: rc://*/ta/man/translate/figs-metonymy)

ຂ້າພະເຈົ້າກໍາລັງຂຽນຈົດໝາຍມາເຖິງທ່ານທັງຫລາຍທີ່ເປັນ, ບິດາ.

ຄໍາວ່າ "ບິດາ" ຢູ່ທີ່ນີ້ອາດເປັນການປຽບທຽບໂດຍອ້າງອີງໃສ່ຜູ້ທີ່ເຊື່ອແກ່. ແປໄດ້ອີກວ່າ: "ຂ້າພະເຈົ້າກໍາລັງຂຽນຕໍ່ທ່ານ, ຜູ້ທີ່ມີຄວາມເຊື່ອໃຫຍ່ແລ້ວ"(See: rc://*/ta/man/translate/figs-metaphor)

ທ່ານຮູ້ຈັກ

"ທ່ານມີຄວາມສໍາພັນກັບ"

ຜູ້ທີ່ມາຈາກການເລີ່ມຕົ້ນ

"ຜູ້ທີ່ເຄີຍມີຊີວິດຢູ່" ຫລື "ຜູ້ທີ່ເຄີຍຢູ່ສະເໝີມາ" ຫມາຍເຖິງພຣະເຢຊູຄຣິດ ຫລື "ພຣະເຈົ້າພຣະບິດາ."

ທ່ານທັງຫລາຍທີ່ເປັນຄົນໝຸ່ມ

ສິ່ງນີ້ອາດໝາຍເຖິງຜູ້ທີ່ບໍ່ໄດ້ເປັນຜູ້ເຊື່ອໃໝ່ອີກຕໍ່ໄປແລ້ວ ແຕ່ກໍາລັງຈະເລີນເຕີບໃຫຍ່ທາງດ້ານຈິດວິນຍານຫລາຍຂຶ້ນ. ແປໄດ້ອີກວ່າ: "ຜູ້ເຊື່ອໝຸ່ມ" (See: rc://*/ta/man/translate/figs-metaphor)

ທ່ານແຂງແຮງ

ຄໍາວ່າ "ແຂງແຮງ" ບໍ່ໄດ້ໝາຍເຖິງພະລະກໍາລັງທາງດ້ານຮ່າງກາຍຂອງຜູ້ທີ່ເຊື່ອ. ແຕ່ຄວາມຊື່ສັດຂອງພວກເຂົາທີ່ມີຕໍ່ພຣະຄຣິດ.(See: rc://*/ta/man/translate/figs-metaphor)

ພຣະຄັມຂອງພຣະເຈົ້າຍັງຄົງຢູ່ໃນທ່ານ

ຜູ້ຂຽນໝາຍເຖິງຜູ້ທີ່ເຊື່ອເພີ່ມຂຶ້ນທີ່ມີຄວາມຊື່ສັດຕໍ່ພຣະຄຣິດແລະຄວາມຮູ້ໃນອົງພຣະຜູ້ເປັນເຈົ້າເປັນເໜືອນກັບພຣະຄັມຂອງພຣະເຈົ້າທີ່ດໍາລົງຢູ່ໃນຕົວຂອງບັນດາຜູ້ທີ່ເຊື່ອ. ແປໄດ້ອີກວ່າ: "ທ່ານຮູ້ຈັກພຣະຄັມຂອງພຣະເຈົ້າ(See: rc://*/ta/man/translate/figs-metaphor)

ເອົາຊະນະ

ຜູ້ຂຽນກໍາລັງເວົ້າເຖິງບັນດາຜູ້ທີ່ເຊື່ອໄດ້ປະຕິເສດການຕິດຕາມຊາຕານແລະການທໍາລາຍແຜນການຂອງມັນນັ້ນປຽບເໜືອນກັບການເອົາຊະນະມານຮ້າຍ. (UDB) (See: rc://*/ta/man/translate/figs-metaphor)