lo_tn/1jn/02/09.md

4.1 KiB

ຂໍ້ມູນທົ່ວໄປ:

ຄໍາວ່າ "ພີ່ນ້ອງ" ຫມາຍເຖິງພີ່ນ້ອງຄຣິດສະຕຽນ.

ຜູ້ທີ່ເວົ້າ

"ໃຜກໍຕາມທີ່ກ່າວວ່າ" ຫລື "ຜູ້ທີ່ຮຽກຮ້ອງ" ຂໍ້ຄວາມນີ້ບໍ່ໄດ້ກ່າວເຖິງຄົນໃດຄົນໜຶ່ງແບບສະເພາະເຈາະຈົງ.

ຕົນຢູ່ໃນຄວາມສະຫວ່າງ

ນີ້ແມ່ນຮູບພາບຂອງການດໍາລົງຊີວິດທີ່ຖືກຕ້ອງ.ໃນເວລາທີ່ທຸກຄົນເຮັດສິ່ງທີ່ຖືກຕ້ອງ, ພວກເຂົາສາມາດເຮັດມັນໄດ້ໃນຄວາມສະຫວ່າງແລະບໍ່ແມ່ນເຊື່ອງຊ້ອນຢູ່ໃນຄວາມມືດ. ແປໄດ້ອີກວ່າ: "ລາວເຮັດໃນສິ່ງທີ່ຖືກຕ້ອງ"(See: rc://*/ta/man/translate/figs-metaphor)

ຍັງຢູ່ໃນຄວາມມືດ

ນີ້ແມ່ນຮູບພາບຂອງການດໍາລົງຊີວິດຢ່າງຈິງຈັງ. ເມື່ອຄົນເຮັດໃນສິ່ງທີ່ຜິດ, ພວກເຂົາມັກປິດບັງໃນຄວາມມືດ, ແປໄດ້ອີກວ່າ: "ຢູ່ໃນຄວາມມືດ, ເຮັດສິ່ງທີ່ຊົ່ວຮ້າຍ" (See: rc://*/ta/man/translate/figs-metaphor)

ບໍ່ມີອັນໃດເຮັດໃຫ້ພວກເຂົາສະດຸດ

ບໍ່ມີສິ່ງໃດຈະເຮັດໃຫ້ພວກເຂົາສະດຸດ ຄໍາວ່າ "ສະດຸດ" ແມ່ນຄໍາປຽບທຽບທີ່ມີຄວາມໝາຍວ່າລົ້ມເຫລວທາງຈິດວິນຍານຫລືສິນທັມ ແປໄດ້ອີກວ່າ: ບໍ່ມີຫຍັງຈະເຮັດໃຫ້ພວກເຂົາຕົກໃນບາບ "ຫລື" ພວກເຂົາຈະບໍ່ລົ້ມເຫລວໃນການປະຕິບັດຕໍ່ນໍ້າພຣະທັຍພຣະເຈົ້າ(See: rc://*/ta/man/translate/figs-metaphor)

ຍັງຢູ່ໃນຄວາມມືດແລະເດີນຢູ່ໃນຄວາມືດ

ການໃຊ້ຂໍ້ຄວາມດັງກ່າວເຖິງສອງຄັ້ງເພື່ອເນັ້ນໃຫ້ເຫັນວ່າການທີ່ກຽດຊັງພີ່ນ້ອງຜູ້ທີ່ເຊື່ອດ້ວຍກັນເປັນສິ່ງທີ່ຊົ່ວຮ້າຍພຽງໃດ ແປໄດ້ອີກວ່າ: ດໍາລົງຢູ່ໃນຄວາມມືດ "ຫລື" ດໍາລົງຊີວິດຢູ່ໃນຄວາມມືດຂອງຄວາມບາບ(See: rc://*/ta/man/translate/figs-parallelism)

ລາວບໍ່ຮູ້ວ່າ ລາວຈະໄປໃສ

ນີ້ແມ່ນຮູບຂອງຜູ້ເຊື່ອທີ່ບໍ່ດໍາເນີນຊີວິດໃນຖານະເປັນຄົນຄຣິດສະຕຽນຄວນຈະໄດ້ຮັບການດໍາເນີນຊີວິດ ແປໄດ້ອີກວ່າ: "ລາວບໍ່ຮູ້ວ່າລາວກໍາລັງເຮັດສິ່ງທີ່ຊົ່ວຮ້າຍ"(See: rc://*/ta/man/translate/figs-metaphor)

ຄວາມມືດໄດ້ເຮັດໃຫ້ຕາຂອງພວກເຂົາບອດ

"ຄວາມມືດໄດ້ເຮັດໃຫ້ພວກເຂົາເບິ່ງບໍ່ເຫັນ" ຄວາມມືດແມ່ນການປຽບທຽບສໍາລັບຄວາມບາບຫລືຄວາມຊົ່ວ. ແປໄດ້ອີກວ່າ: "ຄວາມບາບໄດ້ເຮັດໃຫ້ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງໄດ້ເລີຍ"(See: rc://*/ta/man/translate/figs-metaphor)