lo_tn/1jn/02/07.md

2.9 KiB

ຂໍ້ມູນເຊື່ອມຕໍ່:

ໂຢຮັນໄດ້ບອກຜູ້ທີ່ເຊື່ອເຖິງຫລັກການພື້ນຖານຂອງການສາມັກຄີທັມ - ການເຊື່ອຟັງແລະຄວາມຮັກ.

ທ່ານທີ່ຮັກ

"ທ່ານທັງຫລາຍທີ່ຂ້າພະເຈົ້າຮັກ" ຫລື "ເພື່ອນທີ່ຮັກ"

ຂ້າພະເຈົ້າບໍ່ໄດ້ຂຽນກົດບັນຍັດໃຫມ່ແກ່ທ່ານ, ແຕ່ເປັນກົດບັນຍັດເກົ່າ.

ຂ້າພະເຈົ້າຂຽນຫາທ່ານໃຫ້ຮັກຊຶ່ງກັນແລະກັນ, ເຊິ່ງບໍ່ແມ່ນສິ່ງໃຫມ່ແຕ່ເປັນກົດບັນຍັດເກົ່າທີ່ທ່ານເຄີຍໄດ້ຍິນ ໂຢຮັນກ່າວເຖິງພຣະເຢຊູທີ່ບອກໃຫ້ຮັກເຊຶ່ງກັນແລະກັນ.

ຕັ້ງແຕ່ເລິ່ມຕົ້ນ

ຄໍາວ່າ "ເລີ່ມຕົ້ນ" ຫມາຍເຖິງເວລາທີ່ພວກເຂົາຕັດສິນໃຈທີ່ຈະຕິດຕາມອົງພຣະເຢຊູຄຣິດ ແປອີກຢ່າງວ່າ: "ເມື່ອຕອນທີ່ທ່ານເຊື່ອໃນພຣະຄຣິດເປັນຄັ້ງແລກ" ຫລືວ່າ ທໍາອິດ(See: rc://*/ta/man/translate/figs-explicit)

ຂ້າພະເຈົ້າຂຽນກໍາລັງຂຽນກົດບັນຍັດໃໝ່ແກ່ທ່ານ,

ແຕ່ໂດຍວີທີການໜຶ່ງ ກັດບັນຍັດທີ່ຂ້ອຍຂຽນໄປນັ້ນແມ່ນກົດບັນຍັດໃໝ່.

ຊຶ່ງເປັນຄວາມຈິງໃນພຣະຄຣິດແລະໃນທ່ານ.

ນີ້ແມ່ນຄໍາວ່າ "ໃນ" ຫມາຍເຖິງວ່າ "ຍ້ອນ" ແປໄດ້ອີກຢ່າງວ່າ "ຊຶ່ງເປັນຄວາມຈິງຍ້ອນສິ່ງທີ່ພຣະຄຣິດໄດ້ກະທໍາ, ແລະຍ້ອນສິ່ງທີ່ທ່ານກໍາລັງເຮັດດ້ວຍ.

ຄວາມືດກໍາລັງຈະໝົດໄປແລະຄວາມສະຫວ່າງທີ່ແທ້ຈິງກໍສ່ອງຢູ່ແລ້ວ.

ຄໍາວ່າ "ຄວາມມືດ" ໝາຍເຖິງຄວາມຊົ່ວແລະ "ແສງສະຫວ່າງ" ຫມາຍເຖິງຄວາມດີ. ແປໄດ້ອີກຢ່າງວ່າ: ທ່ານກໍາລັງຢຸດທີ່ຈະເຮັດສິ່ງທີ່ຊົ່ວຮ້າຍແລະທ່ານກໍາລັງເຮັດໃນສິ່ງທີ່ດີແລະດີກວ່າເກົ່າ.