lo_tn/1jn/02/04.md

4.5 KiB

ຜູ້ທີ່ກ່າວວ່າ

"ໃຜກໍຕາມທີ່ເວົ້າ" ຫລື "ຜູ້ທີ່ເວົ້າ"

ຂ້ອຍຮູ້ຈັກພຣະເຈົ້າ

"ຂ້ອຍມີສາຍສໍາພັນທີ່ດີກັບພຣະເຈົ້າ"

ບໍ່ປະຕິບັດຕາມ

"ບໍ່ເຮັດ" ຫລື "ບໍ່ເຊື່ອຟັງ"

ພຣະບັນຍັດຂອງພຣະອົງ

"ສິ່ງທີ່ພຣະເຈົ້າບອກໃຫ້ລາວເຮັດ"

ึຄວາມຈິງກໍບໍ່ມີຢູ່ໃນຕົວລາວ

"ຄວາມຈິງ" ໄດ້ຖືກກ່າວເຖິງຄືກັບວ່າມັນເປັນວັດຖຸທີ່ສາມາດຈະຢູ່ໃນຜູ້ທີ່ເຊື່ອ ແປໄດ້ອີກຢ່າງວ່າ ລາວບໍ່ເຊື່ອວ່າສິ່ງທີ່ພຣະເຈົ້າເວົ້ານັ້ນເປັນຄວາມຈິງ (See: rc://*/ta/man/translate/figs-metaphor)

ປະຕິບັດຕາມ

"ເຮັດ" ຫລື "ເຊື່ອຟັງ"

ພຣະຄັມຂອງພຣະເຈົ້າ

ສິ່ງທີ່ພຣະເຈົ້າບອກໃຫ້ລາວເຮັດ

ຄວາມຮັກຂອງພຣະເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຄວາມຮັກຂອງເຮົາຕໍ່ພຣະເຈົ້າ" ຫລື 2) "ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຮົາ"

ຄວາມຮັກຂອງພຣະເຈົ້າໄດ້ສົມບູນແບບຢູ່ໃນບຸກຄົນນັ້ນ

ນີ້ສາມາດລະບຸໄວ້ໃນຮູບແບບທີ່ຫ້າວຫັນ ແປອີກຢ່າງວ່າ "ພຣະເຈົ້າມີຄວາມຮັກຂອງພຣະເຈົ້າທີ່ສົມບູນແບບໃນບຸກຄົນນັ້ນ" ຫລື " ແນ່ນອນທີ່ສຸດຜູ້ທີ່ເຊື່ອຟັງພຣະຄັມຂອງພຣະເຈົ້າກໍເປັນຄົນທີ່ຮັກພຣະເຈົ້າໃນທຸກແງ່ມຸມ" ຫລື "ຄວາມຮັກຂອງພຣະເຈົ້າທີ່ມີໃຫ້ແກ່ຄົນທັງຫລາຍກໍສໍາເລັດເມື່ອພວກເຂົາໄດ້ເຮັດຕາມທີ່ພຣະອົງຊົງບອກໃຫ້ພວກເຂົາເຮັດ(See: rc://*/ta/man/translate/figs-activepassive)

ດ້ວຍເຫດນີ້ພວກເຮົາຈຶ່ງຮູ້ວ່າພວກເຮົາຢູ່ໃນພຣະເຈົ້າ

ປະໂຫຍກທີ່ວ່າ "ພວກເຮົາຢູ່ໃນພຣະອົງ" ຫມາຍຄວາມວ່າຜູ້ເຊື່ອຈະເປັນຫນຶ່ງດຽວກັບພຣະເຈົ້າສະເຫມີຫລືມີຄວາມສໍາພັນຢ່າງຕໍ່ເນື່ອງກັບພຣະເຈົ້າ ຫລາຍຄັ້ງໃນ 1 ໂຢຮັນຂຽນປະໂຫຍກທີ່ວ່າ "ດໍາລົງຢູ່ໃນພຣະອົງ" ມີຄວາມຫມາຍອັນດຽວກັນ ແປໄດ້ອີກຢ່າງວ່າ "ເມື່ອພວກເຮົາເຊື່ອຟັງສິ່ງທີ່ພຣະເຈົ້າກ່າວນັ້ນ ພວກເຮົາກໍຫມັ້ນໃຈໄດ້ວ່າພວກເຮົາມີຄວາມສາມັກຄີທັມກັບພຣະເຈົ້າ(See: rc://*/ta/man/translate/figs-metaphor)

ຍັງຄົງຢູ່ໃນພຣະເຈົ້າ

"ມີຄວາມສໍາພັນກັບພຣະເຈົ້າ"

ຜູ້ນັ້ນກໍຄວນດໍາເນີນຊີວິດຕາມທາງທີ່ພຣະເຢຊູຄຣິດໄດ້ຍ່າງໄປນັ້ນ

ການດໍາເນີນຊີວິດປຽບເຫມືອນກັບວ່າມັນເປັນການຍ່າງ ແປອີກຢ່າງວ່າ: "ຕ້ອງດໍາເນີນຊີວິດເໝືອນຢ່າງທີ່ພຣະເຢຊູຄຣິດໄດ້ມີຊີວິດຢູ່" ຫລື "ຄວນເຊື່ອຟັງພຣະເຈົ້າເຫມືອນດັ່ງທີ່ພຣະເຢຊູຄຣິດໄດ້ເຮັດ"(See: rc://*/ta/man/translate/figs-metaphor)