lo_tn/1jn/02/01.md

3.6 KiB

ຂໍ້ມູນເຊື່ອມຕໍ່:

ໂຢຮັນຍັງສືບຕໍ່ຂຽນກ່ຽວກັບການສາມັກຄີທັມຊື່ງເປັນໄປໄດ້ເພາະມີອົງພຣະເຢຊູຄຣິດຊົງເປັນຜູ້ທີ່ຊ່ວຍລະຫວ່າງບັນດາຜູ້ທີ່ເຊື່ອກັບພຣະເຈົ້າພຣະບິດາ.

ຂໍ້ມູນທົ່ວໄປ:

ຄໍາວ່າ "ເຮົາ" ນີ້ຫມາຍເຖິງໂຢຮັນແລະບັນດາຜູ້ເຊື່ອ ສ່ວນຄໍາເວົ້າທີ່ວ່າ "ພຣະອົງ" ແລະ "ຂອງພຣະອົງ" ຫມາຍເຖິງພຣະເຈົ້າພຣະບິດາຫລືອົງພຣະເຢຊູ(See: rc://*/ta/man/translate/figs-inclusive).

ລູກນ້ອຍເອີຍ.

ໂຢຮັນແມ່ນຜູ້ສູງອາຍຸແລະຍັງເປັນຜູ້ນໍາຂອງພວກເຂົາ ໂຢຮັນໃຊ້ຄໍາເວົ້ານີ້ເພື່ອສະແດງຄວາມຮັກຂອງລາວຕໍ່ພວກເຂົາ ແປໄດ້ອີກຢ່າງວ່າ "ລູກນ້ອຍທີ່ຮັກຂອງຂ້ອຍໃນພຣະຄຣິດ "ຫລື" ທ່ານເປັນທີ່ຮັກຂອງຂ້າພະເຈົ້າເໜືອນກັບລູກແທ້ຂອງຂ້າພະເຈົ້າ(See: rc://*/ta/man/translate/figs-metaphor).

ຂ້າພະເຈົ້າກໍາລັງຂຽນຂໍ້ຄວາມເຫລົ່ານີ້.

ຂ້າພະເຈົ້າຂຽນຈົດຫມາຍສະບັບນີ້.

ແຕ່ຖ້າຜູ້ໃດເຮັດບາບ.

"ແຕ່ເມື່ອໃຜເຮັດບາບ" ສະແດງໃຫ້ເຫັນວ່າສິ່ງນີ້ມີແນວໂນ້ມທີ່ຈະເກີດຂຶ້ນ.

ເຮົາກໍ່ມີອົງພຣະເຢຊູຄຣິດທີ່ຊ່ວຍທູດຂໍພຣະບິດາ.

ຄໍາວ່າ "ຜູ້ສະຫນັບສະຫນູນຢູ່ນີ້ຫມາຍເຖິງພຣະເຢຊູ" ແປໄດ້ອີກຢ່າງວ່າ "ຜູ້ທີ່ເວົ້າກັບພຣະເຈົ້າພຣະບິດາແທນພວກເຮົາແລະຊົງຂໍໃຫ້ພຣະອົງໃຫ້ອະພັຍພວກເຮົາ" (See: rc://*/ta/man/translate/figs-explicit)

ພຣະອົງຊົງເປັນຜູ້ລຶບລ້າງຄວາມຜິດບາບຂອງພວກເຮົາ.

ພຣະອົງໄດ້ເສຍສະຫລະຊີວິດເພື່ອພວກເຮົາ.ແລະຍ້ອນວ່າເຫດຜົນນີ້ພຣະເຈົ້າຈຶ່ງໃຫ້ອະພັຍບາບຂອງພວກເຮົາ.

ດ້ວຍເຫດນີ້ພວກເຮົາຮູ້ວ່າພວກເຮົາຮູ້ຈັກພຣະອົງ:ຖ້າພວກເຮົາຮັກສາພຣະບັນຍັດຂອງພຣະອົງ.

ຖ້າເຮົາເຮັດໃນສິ່ງທີ່ພຣະອົງບອກໃຫ້ພວກເຮົາເຮັດ ພວກເຮົາຈຶ່ງແນ່ໃຈໄດ້ວ່າພວກເຮົາມີສາຍພົວພັນທີ່ດີກັບພຣະເຈົ້າ.

ພວກເຮົາຮູ້ຈັກພຣະອົງ

"ພວກເຮົາມີຄວາມສໍາພັນກັບພຣະເຈົ້າ"