lo_tn/1jn/01/05.md

2.1 KiB

ຂໍ້ມູນເຊື່ອມຕໍ່:

ໃນພຣະຄັມຂໍ້ນີ້ທີ່ໂຢຮັນໄດ້ຂຽນແມ່ນເຊື່ອມຕໍ່ມາຈາກເນື້ອຫາກ່ອນຫນ້ານີ້.

ຂໍ້ມູນທົ່ວໄປ:

ຄໍາວ່າ "ເຮົາ" ໃນບໍລິບົດນີ້ຫມາຍເຖິງຜູ້ທີ່ເຊື່ອທຸກຄົນ ລວມທັງບັນດາຜູ້ທີ່ໂຢຮັນຂຽນເຖິງນັ້ນ.

ພຣະເຈົ້າເປັນຄວາມສະຫວ່າງ.

ຫມາຍຄວາມວ່າພຣະເຈົ້າຊົງບໍລິສຸດ ພຣະເຈົ້າຊົງຊອບທັມແລະຊົງຄຸນງາມຄວາມດີທີ່ປຽບສະເໝຶອນກັບແສງສະຫວ່າງ.

ໃນພຣະອົງບໍ່ມີຄວາມມຶດເລີຍ.

ຫມາຍຄວາມວ່າພຣະເຈົ້ານັ້ນບໍ່ມີບາບຫລືຄວາມຊົ່ວຮ້າຍໃດໆເລີຍເພາະວ່າໃນວັດທະນາທັມພາສາທີ່ໃຊ້ຄວາມມືດແທນຄວາມຊົ່ວຮ້າຍ.

ຍ່າງຢູ່ໃນຄວາມມືດ.

ຫມາຍຄວາມວ່າ: ປະພຶດໃນຄວາມຊົ່ວຮ້າຍ ຫລື ກະທໍາການຊົ່ວຮ້າຍ.

ຍ່າງໃນຄວາມສະຫວ່າງ

ຫມາຍຄວາມວ່າ: ຜູ້ທີ່ປະພຶດແຕ່ຄວາມດີ ຫລື ເຮັດແຕ່ສິ່ງທີ່ດີ.

ພຣະໂລຫິດຂອງພຣະເຢຊູ.

ຫມາຍເຖິງການສິ້ນພຣະຊົນ ຫລື ການຕາຍຂອງພຣະເຢຊູ

ພຣະບຸດ.

ຄໍາວ່າ" ພຣະບຸດ " ເປັນຕໍາແໜ່ງທີ່ສໍາຄັນຂອງພຣະເຢຊູ ຜູ້ຊຶ່ງເປັນພຣະບຸດຂອງພຣະເຈົ້າ.