lo_tn/1jn/01/01.md

5.8 KiB

ຂໍ້ມູນທົ່ວໄປ

ອັກຄະສາວົກໂຢຮັນຂຽນຈົດຫມາຍສະບັບນີ້ເຖິງບັນດາຜູ້ທີ່ເຊື່ອ ຊຶ່ງຄໍາວ່າ "ທ່ານ" ຫລື "ຂອງທ່ານ" ທີ່ປາກົດນັ້ນມີຫລາຍຄໍາຊຶ່ງລວມເຖິງບັນດາຜູ້ທີ່ເຊື່ອທຸກຄົນ ສ່ວນຄໍາວ່າ "ເຮົາ" ແລະ "ຂອງເຮົາ" ນັ້ນຫມາຍເຖິງໂຢຮັນແລະຜູ້ທີ່ຢູ່ກັບພຣະເຢຊູ(ໃຫ້ເບິ່ງໃນ: [[rc:///ta/man/translate/figs-you]] ແລະ [[rc:///ta/man/translate/figs-exclusive]])

ຂໍ້ມູນເຊື່່ອມຕໍ່

ພຣະຄັມສະບັບນີ້ເລີ່ມຕົ້ນດ້ວຍຈຸດປະສົງສອງປະການຄືການສາມັກຄີທັມແລະຄວາມຊື່ນຊົມຍິນດີ.

ຂໍ້ແນະນໍາໃນການແປ.

ຂໍ້ທີ່ 1 ມີເນື້ອຄວາມທີ່ບໍ່ຈົບປະໂຫຍກ ຫາກຈະແປໃຫ້ຈົບປະໂຫຍກນັ້ນ ໃຫ້ເລິ່ມຕົ້ນປະໂຫຍກດ້ວຍຂໍ້ທີ່ 1 ສ່ວນຂໍ້ທີ່ 2 ໃຫ້ໃສ່ວົງເລັບໄວ້ ແລ້ວຈົບປະໂຫຍກດ້ວຍເນື້ອຄວາມໃນຂໍ້ທີ່ 3 ( 1:3 )

ສິ່ງຊຶ່ງ.

ປະໂຫຍກທີ່ວ່າ "ສິ່ງຊຶ່ງມີມາຕັ້ງແຕ່ປະຖົມມະການ" ນັ້ນ ຫມາຍເຖິງພຣະເຢຊູຜູ້ຊຶ່ງດໍາລົງຢູູ່່ຕັ້ງແຕ່ກ່ອນທີ່ທຸກສິ່ງຈະຖືຸກສ້າງຂຶ້ນ ແປໄດ້ອີກຢ່າງວ່າ "ເຮົາກໍາລັງຈະຂຽນບອກທ່ານທັງຫລາຍກ່ຽວກັບຜູ້ຊຶ່ງດໍາລົງຢູ່ກ່ອນຈະມີການສ້າງບັນດາສັບພະສິ່ງທັງຫລາຍຂຶ້ນ"

ປະຖົມມະການ.

"ຈຸດເລີ່ມຕົ້ນຂອງທຸກສິ່ງ" ຫລື "ການສ້າງໂລກ".

ຊື່ງເຮົາໄດ້ຍິນ.

"ຊຶ່ງເຮົາໄດ້ຍິນທ່ານສອນໄວ້".

ຊຶ່ງເຮົາໄດ້ເຫັນດ້ວຍຕາ...ຊຶ່ງເຮົາໄດ້ເບິ່ງ.

ເປັນການກ່າວຊໍ້າເພື່ອເນັ້ນຄວາມ ແປໄດ້ອີກຢ່າງວ່າ "ຊຶ່ງເຮົາທັງຫລາຍເຫັນດ້ວຍຕາຂອງເຮົາເອງ" (ໃຫ້ເບິ່ງໃນ: rc://*/ta/man/translate/figs-parallelism).

ພຣະທັມອັນຊົງຊີວິດ

ຄໍາວ່າ "ພຣະທັມອັນຊົງຊີວິດ"ນັ້ນຫມາຍເຖິງພຣະເຢຊູ ແປໄດ້ອີກຢ່າງວ່າ "ພຣະເຢຊູ ຜູ້ຊຶ່ງເປັນຕົ້ນເຫດໃຫ້ຄົນທັງຫລາຍມີຊີວິດນິຣັນດອນ" (ໃຫ້ເບິ່ງໃນ: rc://*/ta/man/translate/figs-metonymy)

ຊີວິດ.

ຄໍາວ່າ "ຊີວິດ" ທີ່ນໍາໃຊ້ຕະຫລອດພຣະຄັມສະບັບນີ້ນັ້ນມີຄວາມຫມາຍຫລາຍກວ່າຄວາມຫມາຍທາງກາຍະພາບ ແຕ່ຫມາຍເຖິງພຣະເຢຊູຜູ້ຊຶ່ງເປັນຊີວິດນິຣັນດອນ" (ໃຫ້ເບິ່ງໃນ: fihs_metonymy).

ຊີວິດທີ່ພວກເຮົາໄດ້ຮູ້ຈັກ.

ສາມາດແປໂດຍໃຊ້ປະໂຫຍກ ( ໃຫ້ປະທານເປັນຜູ້ໄດ້ເຮັດໃນປະໂຫຍກ ) ແປໄດ້ອີກຢ່າງວ່າ "ພຣະເຈົ້າຊົງເຮັດໃຫ້ພວກເຮົາຮູ້ຈັກຊີວິດນິຣັນດອນ" ຫລື "ພຣະເຈົ້າເຮັດໃຫ້ເຮົາຮູ້ຈັກພຣະອົງຜູ້ຊຶ່ງເປັນຊີວິດນິຣັນດອນ" (ໃຫ້ເບິ່ງໃນ: rc://*/ta/man/translate/figs-activepassive).

ທີ່ເຮົາໄດ້ເຫັນ.

"ທີ່ເຮົາໄດ້ເຫັນພຣະອົງ".

ແລະເປັນພະຍານ.

"ແລະເຮົາໄດ້ຕັ້ງໃຈຈິງທີ່ຈະບອກຄົນທັງຫລາຍເຖິງພຣະອົງ"

ຊີວິດນິຣັນດອນ.

ຄໍາວ່າ "ຊີວິດນິຣັນດອນ" ຫມາຍເຖິງຜູ້ຊຶ່ງປະທານຊີວິດນິຣັນດອນຄືພຣະເຢຊູ ແປໄດ້ອີກຢ່າງວ່າ "ຜູ້ຊຶ່ງສາມາດເຮັດໃຫ້ພວກເຮົາມີຊີວິດນິຣັນດອນໄດ້" (ໃຫ້ເບິ່ງໃນ: rc://*/ta/man/translate/figs-metonymy).

ຜູ້ທີ່ຢູ່ກັບພຣະບິດາ.

" ຜູ້ຊຶ່ງຢູ່ກັບພຣະເຈົ້າພຣະບິດາ".

ແລະມາປາກົດແກ່ເຮົາ.

ຫມາຍເຖິງຕອນທີ່ພຣະເຢຊູຄຣິດມາໃນໂລກນີ້ ແປໄດ້ອີກຢ່າງວ່າ "ແລະພຣະອົງໄດ້ສະເດັດມາຢູ່ທ່າມກາງພວກເຮົາ" (ໃຫ້ເບິ່ງໃນ: rc://*/ta/man/translate/figs-activepassive).