lo_tn/1co/16/13.md

3.3 KiB

ຈົ່ງເຝົ້າຣະວັງ, ຈົ່ງຢືນຢັດຢູ່ຢ່າງຫມັ້ນຄົງໃນຄວາມເຊື່ອ, ຈົ່ງເຮັດຄືກັບຜູ້ຊາຍ, ຈົ່ງເຂັ້ມແຂງ

ໂປໂລກຳລັງອະທິບາຍໃນສິ່ງທີ່ເພິ່ນຕ້ອງການໃຫ້ຊາວເມືອງໂກຣິນໂທເຮັດເຫມືອນກັບເພິ່ນກຳລັງອອກຄຳສັ່ງ 4 ຄຳສັ່ງໃຫ້ທະຫານໃນສົງຄາມປະຕິບັດ. ຄຳສັ່ງທັງສີ່ຂໍ້ນີ້ມີຄວາມຫມາຍເກືອບກັນແລະໃຊ້ເພື່ອການເນັ້ນຫນັກ. (ເບິ່ງ: rc://*/ta/man/translate/figs-parallelism)

ຈົ່ງເຝົ້າຣະວັງ

ໂປໂລກ່າວເຖິງຄົນທັງຫລາຍໃຫ້ເຝົ້າຣະວັງໃນສິ່ງທີ່ກຳລັງຈະເກີດຂຶ້ນເຫມືອນກັບວ່າພວກເຂົາເປັນຜູ້ຄຸ້ມຄອງດູແລຮັກສາເມືອງ ຫລືສວນອະງຸ່ນ. ປະໂຫຍກນີ້ສາມາດຂຽນໄດ້ຢ່າງຈະແຈ້ງວ່າ. ແປອີກຢ່າງຫນຶ່ງວ່າ: "ຈົ່ງເຝົ້າຣະວັງຜູ້ທີ່ທ່ານໄວ້ວາງໃຈ" ຫລື "ເຝົ້າຣະວັງອັນຕະຣາຍ" (ເບິ່ງ: rc://*/ta/man/translate/figs-metaphor)

ຈົ່ງຢືນຢັດຢູ່ຢ່າງຫມັ້ນຄົງໃນຄວາມເຊື່ອ

ໂປໂລກ່າວເຖິງຄົນທັງຫລາຍທີ່ຍັງເຊື່ອໃນພຣະຄຣິດຕາມຄຳສອນຂອງເພິ່ນ ເປັນເຫມືອນທະຫານທີ່ບໍ່ຖອຍຫນີເມື່ອຖືກຂ້າເສິກໂຈມຕີ. ອາດຈະມີຄວາມຫມາຍວ່າ 1) "ໃຫ້ເຂັ້ມແຂງ ໃຫ້ເຊື່ອໃນສິ່ງທີ່ເຮົາໄດ້ສອນທ່ານ" ຫລື 2) "ໃຫ້ເຂັ້ມແຂງ ເຊື່ອໃນພຣະຄຣິດ" (ເບິ່ງ: rc://*/ta/man/translate/figs-metaphor)

ເຮັດເຫມືອນຜູ້ຊາຍ

ໃນສັງຄົມທີ່ໂປໂລແລະຜູ້ຟັງຂອງເພິ່ນຢູ່ນັ້ນ ເປັນສັງຄົມທີ່ຜູ້ຊາຍເປັນຜູ້ຈັດການເກືອບທຸກຢ່າງໃນຄອບຄົວ. ໂດຍການເຮັດວຽກຫນັກ ຕໍ່ສູ້ກັບຜູ້ບຸກລຸກ. ປະໂຫຍກນີ້ສາມາຂຽນໄດ້ຢ່າງຈະແຈ້ງວ່າ. ແປອີກຢ່າງຫນຶ່ງວ່າ: "ຕ້ອງຮັບຜິດຊອບ"(ເບິ່ງ: rc://*/ta/man/translate/figs-metaphor)

ຈົ່ງເຮັດທຸກສິ່ງດ້ວຍຄວາມຮັກ

"ທຸກສິ່ງທຸກຢ່າງທີ່ທ່ານເຮັດຄວນສະແດງໃຫ້ຄົນທັງຫລາຍເຫັນວ່າທ່ານຮັກພວກເຂົາ"