lo_tn/1co/15/50.md

3.1 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລຕ້ອງການໃຫ້ພວກເຂົາຄຳນຶງວ່າຜູ້ທີ່ເຊື່ອບາງຄົນຈະຍັງບໍ່ຕາຍຝ່າຍຮ່າງກາຍແຕ່ຈະໄດ້ຮັບກາຍທີ່ເປັນຄືນມາຜ່ານທາງຊັຍຊະນະຂອງພຣະຄຣິດ.

ເນື້ອຫນັງແລະເລືອດບໍ່ສາມາດມີສ່ວນໃນຣາຊະອານາຈັກຂອງພຣະເຈົ້າໄດ້. ແລະສິ່ງທີ່ເປື່ອຍເນົ່າບໍ່ສາມາດມີສ່ວນໃນສິ່ງທີ່ບໍ່ເປື່ອຍເນົ່າໄດ້

ອາດມີຄວາມຫມາຍວ່າ 1) ສອງປະໂຫຍກນີ້ມີຄວາມຫມາຍດຽວກັນ. ແປອີກຢ່າງຫນຶ່ງວ່າ: "ມະນຸດຜູ້ທີ່ຕ້ອງຕາຍຢ່າງແນ່ນອນບໍ່ສາມາດມີສ່ວນໃນອານາຈັກອັນຖາວອນຂອງພຣະເຈົ້າໄດ້ " ຫລື 2) ປະໂຫຍກທີສອງຈົບຄວາມຄຶດທີ່ໄດ້ເລີ່ມຕົ້ນໃນປະໂຫຍກທຳອິດ. ອາດແປອີກຢ່າງວ່າ: "ມະນຸດຜູ້ອ່ອນແອບໍ່ສາມາດມີສ່ວນໃນອານາຈັກຂອງພຣະເຈົ້າ. ແລະມະນຸດຜູ້ທີ່ຕ້ອງຕາຍຢ່າງແນ່ນອນ ກໍ່ບໍ່ສາມາດມີສ່ວນໃນອານາຈັກອັນຖາວອນນີ້ໄດ້ " (ເບິ່ງ: rc://*/ta/man/translate/figs-parallelism)

ເນື້ອຫນັງແລະເລືອດ

ຄົນເຫລົ່ານັ້ນຜູ້ທີ່ອາໄສໃນຮ່າງກາຍທີ່ຕ້ອງຕາຍ. (ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ມີສ່ວນໃນ

ການໄດ້ຮັບໃນສິ່ງທີ່ພຣະເຈົ້າສັນຍາກັບຜູ້ທີ່ເຊື່ອ ຖືກກ່າວເຫມືອນການຮັບຊັບສົມບັດແລະຄວາມຮັ່ງມີຈາກສະມາຊິກຄອບຄົວ. (ເບິ່ງ: rc://*/ta/man/translate/figs-metaphor)

ສິ່ງທີ່ເປື່ອຍເນົ່າ... ສິ່ງທີ່ບໍ່ເປື່ອຍເນົ່າ

"ເປື່ອຍເນົ່າ... ບໍ່ເປື່ອຍເນົ່າ." ເບິ່ງຄຳເຫລົ່ານີ້ຖືກແປໃນ 15:42.

ເຮົາຈະຖືກປ່ຽນໃຫມ່ທຸກຄົນ

ນີ້ສາມາດຂຽນໃນປະໂຫຍກຮູບແບບປົກກະຕິທົ່ວໄປ.ແປອີກຢ່າງຫນຶ່ງວ່າ: "ພຣະເຈົ້າຈະປ່ຽນແປງເຮົາທັງຫລາຍ" (ເບິ່ງ: rc://*/ta/man/translate/figs-activepassive)