lo_tn/1co/15/35.md

3.7 KiB

ຂໍ້ມູນເຊື່ອຕໍ່

ໂປໂລໃຫ້ບາງຢ່າງທີ່ສະເພາະເຈາະຈົງເລື່ອງການເປັນຄືນມາຂອງຮ່າງກາຍຜູ້ທີ່ເຊື່ອວ່າຈະເກີດຂຶ້ນຢ່າງໃດ. ທ່ານໃຫ້ພາບຂອງຮ່າງກາຍຝ່າຍທັມະຊາດແລະກາຍຝ່າຍຈິດວິນຍານ ແລະປຽບທຽບກັບມະນຸດຄົນທຳອິດຄືອາດາມກັບອາດາມຄົນສຸດທ້າຍຄື, ພຣະຄຣິດ.

ແຕ່ຈະມີບາງຄົນເວົ້າວ່າ, "ຄົນຕາຍຖືກເຮັດໃຫ້ເປັນຄືນມາຢ່າງໃດ?" ແລະພວກເຂົາຈະມາດ້ວຍຮ່າງກາຍແບບໃດ?

ອາດຈະມີຄວາມຫມາຍວ່າ 1) ບຸກຄົນນັ້ນກຳລັງຖາມຢ່າງຈິງໃຈ ຫລື 2) ບຸກຄົນນັ້ນກຳລັງໃຊ້ຄຳຖາມນີ້ເພື່ອເຢາະເຢີ້ຍຄວາມຄິດເລື່ອງການເປັນຄືນມາ. ແປອີກຢ່າງຫນຶ່ງວ່າ: "ແຕ່ບາງຄົນຈະເວົ້າວ່າພວກເຂົາບໍ່ສາມາດຈິນຕະນາການໄດ້ວ່າພຣະເຈົ້າຈະເຮັດໃຫ້ຄົນຕາຍເປັນຄືນມາຢ່າງໃດ, ແລະພຣະເຈົ້າຈະຊົງປຣະທານໃຫ້ຮ່າງກາຍທີ່ເປັນຄືນມານັ້ນເປັນຢ່າງໃດ." (ເບິ່ງ: rc://*/ta/man/translate/figs-rquestion)

ບາງຄົນຈະເວົ້າວ່າ

"ບາງຄົນຈະຖາມ"

ພວກເຂົາຈະມາໃນຮ່າງກາຍແບບໃດ

ນັ້ນຄື, ມັນເປັນຮ່າງກາຍຝ່າຍກາຍ ຫລືເປັນຮ່າງກາຍຝ່າຍວິນຍານບໍ? ຮ່າງກາຍຈະມີຮູບຮ່າງແນວໃດ? ຮ່າງກາຍຈະຖືກເຮັດດ້ວຍຫຍັງ? ແປໂດຍໃຊ້ຄຳຖາມທຳມະດາທົ່ວໄປທີ່ຄົນມັກໃຊ້ ບາງຄົນຢາກຮູ້ຄຳຕອບຂອງຄຳຖາມເຫລົ່ານີ້ທີ່ຈະຖາມ.

ໂອຄົນໂງ່ເອີຍ! ສິ່ງທີ່ທ່ານຫວ່ານນັ້ນ

ໂປໂລກຳລັງກ່າວກັບຊາວເມືອງໂກຣິນໂທ ເຫມືອນກັບພວກເຂົາເປັນເຫມືອນບຸກຄົນຄົນດຽວກັນ, ດັ່ງນັ້ນຄຳວ່າຂອງ "ທ່ານ" ທີ່ປາກົດໃນຮູບແບບເອກະພົດ. (ເບິ່ງ: rc://*/ta/man/translate/figs-you)

ໂອຄົນໂງ່

"ທ່ານບໍ່ຮູ້ຫຍັງກ່ຽວກັບເລື່ອງນີ້ເລີຍ"

ສິ່ງທີ່ທ່ານຫວ່ານນັ້ນຖ້າບໍ່ຕາຍກ່ອນກໍ່ຈະບໍ່ງອກຂຶ້ນໃຫມ່

ເມັດຈະບໍ່ງອກຂຶ້ນຖ້າບໍ່ຖືກຝັງລົງໃນດິນກ່ອນ. ໃນລັກສະນະດຽວກັນ, ຄົນເຮົາຕ້ອງຕາຍກ່ອນ ພຣະເຈົ້າຈຶ່ງສາມາດເຮັດໃຫ້ພວກເຂົາເປັນຄືນມາ. (ເບິ່ງ: rc://*/ta/man/translate/figs-metaphor)