lo_tn/1co/15/24.md

1.9 KiB

ຂໍ້ມູນທົ່ວໄປ:

ໃນທີ່ນີ້ຄຳວ່າ "ພຣະອົງ" ແລະ "ຂອງພຣະອົງ" ຫມາຍເຖິງພຣະຄຣິດ.

ພຣະອົງຈະທຳລາຍການຄອບຄອງທັງຫມົດ ອຳນາດແລະຣິດເດດທັງສິ້ນ

"ພຣະອົງຈະຊົງຢຸດຄົນເຫລົ່ານັ້ນຜູ້ທີ່ປົກຄອງ, ຜູ້ທີ່ມີຣິດອຳນາດ, ແລະຜູ້ທີ່ມີອຳນາດຈາກການເຮັດໃນສິ່ງທີ່ພວກເຂົາກຳລັງກະເຮັດ"

ຈົນກວ່າພຣະອົງຈະຊົງປາບສັດຕຣູທັງຫມົດໃຫ້ຢູ່ໃຕ້ພື້ນຕີນຂອງພຣະອົງ

ກະສັດຜູ້ຊະນະສົງຄາມຈະເອົາຕີນຂອງພຣະອົງຢຽບຄໍຂອງພວກເຂົາຜູ້ບໍ່ຊະນະສົງຄາມ. ແປອີກຢ່າງຫນຶ່ງວ່າ: "ຈົນກວ່າພຣະເຈົ້າຈະທຳລາຍສັດຕຣູທັງຫມົດຂອງພຣະຄຣິດ" (ເບິ່ງ: rc://*/ta/man/translate/figs-idiom)

ສັດຕຣູຕົວສຸດທ້າຍທີ່ຈະຖືກທຳລາຍຄືຄວາມຕາຍ

ໂປໂລກ່າວເຖິງຄວາມຕາຍເປັນເຫມືອນບຸກຄົນຜູ້ທີ່ພຣະເຈົ້າຈະຂ້າ. ແປອີກຢ່າງຫນຶ່ງວ່າ: "ສັດຕຣູສຸດທ້າຍທີ່ພຣະເຈົ້າຈະຊົງທຳລາຍຄືຄວາມຕາຍ ຂອງມັນເອງ" (UDB) (ເບິ່ງ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-personification]])