lo_tn/1co/14/15.md

28 lines
2.5 KiB
Markdown

# ຂ້າພະເຈົ້າຕ້ອງເຮັດຫຍັງ?
ໂປໂລກຳລັງແນະນຳບົດສະຫລຸບຂອງເພິ່ນ. ແປອີກຢ່າງຫນຶ່ງວ່າ: ນີ້ຄືສິ່ງທີ່ຂ້າພະເຈົ້າຕ້ອງເຮັດ. (ເບິ່ງ: [[rc://*/ta/man/translate/figs-rquestion]])
# ອະທິຖານດ້ວຍວິນຍານຂອງຂ້າພະເຈົ້າ... ອະທິຖານດ້ວຍຄວາມຄຶດຂອງຂ້າພະເຈົ້າ... ຮ້ອງເພງດ້ວຍວິນຍານຂອງຂ້າພະເຈົ້າ... ຮ້ອງເພງດ້ວຍຄວາມຄຶດຂອງຂ້າພະເຈົ້າ.
ຄຳອະທິຖານແລະເພງຕ່າງໆ ຕ້ອງຢູ່ໃນພາສາທີ່ຄົນທັງຫລາຍທີ່ຢູ່ທີ່ນັ້ນສາມາດເຂົ້າໃຈໄດ້.
# ດ້ວຍຄວາມຄິດຂອງຂ້າພະເຈົ້າ
"ດ້ວຍຄຳຕ່າງໆ ທີ່ຂ້າພະເຈົ້າເຂົ້າໃຈ"
# ທ່ານສັນຣະເສີນພຣະເຈົ້າ... ທ່ານກຳລັງຂອບຄຸນ... ທ່ານກຳລັງເວົ້າ
ແມ່ນຄຳວ່າ "ທ່ານ" ໃນທີ່ນີ້ຈະເປັນເອກະພົດ, ໂປໂລກຳລັງແນະນຳທຸກຄົນທີ່ອະທິຖານໃນພຣະວິນຍານເທົ່ານັ້ນ, ແຕ່ບໍ່ແມ່ນດ້ວຍຄວາມຄຶດ. (ເບິ່ງ: [[rc://*/ta/man/translate/figs-you]])
# ຄົນພາຍນອກຈະເວົ້າວ່າ "ອາແມນ" ໄດ້ຢ່າງໃດ... ກຳລັງເວົ້າ?
ນີ້ສາມາດຂະຫຍາຍຄວາມໄດ້ວ່າ. ແປອີກຢ່າງຫນຶ່ງວ່າ: "ຄົນພາຍນອກຈະບໍ່ສາມາດເວົ້າໄດ້ວ່າ 'ອາແມນ' ...ກຳລັງເວົ້າ" (ເບິ່ງ: [[rc://*/ta/man/translate/figs-rquestion]])
# ຄົນພາຍນອກ
ອາດຈະມີຄວາມຫມາຍ 1) "ອີກຄົນຫນຶ່ງ" ຫລື 2) "ຄົນທັງຫລາຍທີ່ເປັນຄົນໃຫມ່ໃນກຸ່ມຂອງທ່ານ."
# ເວົ້າ "ອາແມນ"
"ສາມາດທີ່ຈະເຫັນດີ" (ເບິ່ງ: [[rc://*/ta/man/translate/figs-synecdoche]])