lo_tn/1co/13/01.md

2.6 KiB

ຂໍ້ມູນເຊື່ອມຕໍ່:

ການເວົ້າກ່ຽວກັບຂອງປຣະທານຕ່າງໆ ທີ່ພຣະເຈົ້າຊົງປຣະທານໃຫ້ກັບຜູ້ທີ່ເຊື່ອ, ໂປໂລເນັ້ນວ່າແມ່ນຫຍັງສຳຄັນກວ່າ.

ພາສາຂອງ... ທູດສະຫວັນ

ອາດມີຄວາມຫມາຍວ່າ 1) ໂປໂລກຳລັງເວົ້າເພີ່ມເຕີມເພື່ອໃຫ້ເກີດຜົນ ແລະບໍ່ເຊື່ອວ່າຄົນທັງຫລາຍເວົ້າພາສາທີ່ທູດສະຫວັນໃຊ້ ຫລື 2) ໂປໂລຄິດວ່າບາງຄົນເວົ້າພາສາແປກໆ ຄວາມຈິງແລ້ວແມ່ນເວົ້າພາສາທີ່ທູດສະຫວັນໃຊ້. (ເບິ່ງ: rc://*/ta/man/translate/figs-hyperbole)

ຂ້າພະເຈົ້າເປັນເຫມືອນສຽງຄ້ອງຫລືສຽງແຊ່ງທີ່ດັງອຶກກະທຶກ

ຂ້າພະເຈົ້າເປັນເຫມືອນເຄື່ອງມືທີ່ສົ່ງສຽງດັງ, ອຶກກະທຶກ (ເບິ່ງ: rc://*/ta/man/translate/figs-metaphor)

ຄ້ອງ

ແຜ່ນໂລຫະຂະຫນາດໃຫຍ່, ເປັນຮູບວົງມົນບາງໆ, ເຊິ່ງຖືກຕີດ້ວຍໄມ້ຕີກອງເພື່ອເຮັດໃຫ້ມີສຽງດັງ (ເບິ່ງ: rc://*/ta/man/translate/translate-unknown)

ແສ່ງທີ່ສົ່ງສຽງ

ແຜ່ນໂລຫະຮູບວົງມົນບາງໆ, ສອງແຜ່ນທີ່ຖືກຕີດ້ວຍກັນເພື່ອເຮັດໃຫ້ມີສຽງດັງ (ເບິ່ງ: rc://*/ta/man/translate/translate-unknown)

ຂ້າພະເຈົ້າໃຫ້ຮ່າງກາຍຂອງຂ້າພະເຈົ້າເອົາໄປເຜົາໄຟ

ປະໂຫຍກນີ້ສາມາດຂຽນໃນຮູບແບບປົກກະຕິທົ່ວໄປ. ແປອີກຢ່າງຫນຶ່ງວ່າ: "ຂ້າພະເຈົ້າອະນຸຍາດໃຫ້ຄົນເຫລົ່ານັ້ນທີ່ຂົ່ມເຫັງຂ້າພະເຈົ້າເຜົາຂ້າພະເຈົ້າໃຫ້ຕາຍ" (ເບິ່ງ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-metonymy]] ແລະ rc://*/ta/man/translate/figs-explicit)