lo_tn/1co/12/28.md

2.3 KiB

ຫນຶ່ງບັນດາອັກຄະສາວົກ

ອາດມີຄວາມຫມາຍ 1) "ຂອງປຣະທານທີຫນຶ່ງທີ່ຂ້າພະເຈົ້າຈະກ່າວເຖິງຄືບັນດາອັກຄະສາວົກ" ຫລື 2) "ຂອງປຣະທານທີ່ສຳຄັນທີ່ສຸດຄືບັນດາອັກຄະສາວົກ."

ບັນດາຜູ້ທີ່ໃຫ້ຄວາມຊ່ວຍເຫລືອ

"ຄົນເຫລົ່ານັ້ນຜູ້ທີ່ໃຫ້ຄວາມຊ່ວຍເຫລືອໃຫ້ກັບຜູ້ທີ່ເຊື່ອຄົນອື່ນໆ"

ຜູ້ທີ່ເຮັດວຽກດ້ານການບໍລິຫານ

"ຄົນເຫລົ່ານັ້ນຜູ້ທີ່ບໍລິຫານຄຣິສະຈັກ"

ແລະບັນດາຜູ້ທີ່ເວົ້າພາສາແປກໆ ຊະນິດຕ່າງໆ

ບຸກຄົນແຕ່ລະຄົນທີ່ສາມາດເວົ້າພາສາປະເທດຫນຶ່ງ ຫລືຫລາຍພາສາໂດຍບໍ່ໄດ້ຮຽນມາກ່ອນ

ທຸກຄົນເປັນອັກຄະສາວົກບໍ? ທຸກຄົນເປັນຜູ້ທຳນວາຍບໍ? ທຸກຄົນເປັນອາຈານບໍ? ທຸກຄົນເປັນຜູ້ເຮັດການອັສະຈັນດ້ວຍຣິດອຳນາດບໍ?

ໂປໂລກຳລັງເຕືອນຜູ້ອ່ານຂອງເພິ່ນໃນສິ່ງທີ່ພວກເຂົາໄດ້ຮູ້ແລ້ວ. ແປອີກຢ່າງຫນຶ່ງວ່າ: "ມີພວກເຂົາບາງຄົນເທົ່ານັ້ນທີ່ເປັນອັຄະສາວົກ. ມີພວກເຂົາບາງຄົນເທົ່ານັ້ນທີ່ເປັນຜູ້ທຳ ນວາຍ. ມີພວກເຂົາບາງຄົນເທົ່ານັ້ນທີ່ເປັນອາຈານ. ມີພວກເຂົາບາງຄົນເທົ່ານັ້ນທີ່ເປັນຜູ້ເຮັດການອັສະຈັນດ້ວຍຣິດອຳນາດ." (ເບິ່ງ: rc://*/ta/man/translate/figs-rquestion)