lo_tn/1co/12/12.md

2.5 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລຍັງສືບຕໍ່ເວົ້າເຖິງຂອງປຣະທານຕ່າງໆຂອງພຣະເຈົ້າທີ່ຊົງໃຫ້ກັບຜູ້ທີ່ເຊື່ອ, ພຣະເຈົ້າຊົງໃຫ້ຂອງປຣະທານທີ່ແຕກຕ່າງກັນແກ່ຜູ້ທີ່ເຊື່ອແຕກຕ່າງກັນ, ແຕ່ໂປໂລຕ້ອງການໃຫ້ພວກເຂົາຮູ້ວ່າຜູ້ທີ່ເຊື່ອທຸກຄົນຄວນຖືກເຮັດໃຫ້ເປັນຫນຶ່ງໃນພຣະກາຍ, ເຊິ່ງເອີ້ນວ່າພຣະກາຍຂອງພຣະຄຣິດ. ດ້ວຍເຫດຜົນນີ້ຜູ້ທີ່ເຊື່ອຄວນມີຄວາມເປັນເອກະພາບ.

ເຮົາໄດ້ຮັບບັບຕິສະມາໃນພຣະວິນຍານອົງດຽວ

ອາດມີຄວາມຫມາຍ 1) ພຣະວິນບໍຣີສຸດຄືຜູ້ດຽວທີ່ໃຫ້ບັບຕິສະມາເຮົາ, "ເພາະພຣະວິນຍານດຽວໃຫ້ບັບຕິສະມາເຮົາ“ ຫລື 2) ພຣະວິນຍານນັ້ນ, ເຫມືອນນ້ຳແຫ່ງບັບຕິສະມາຄືສື່ກາງເຊິ່ງເຮົາໄດ້ຮັບບັບຕິສະມາເຂົ້າເປັນກາຍດຽວກັນ, "ເພາະວ່າໃນພຣະວິນຍານດຽວເຮົາທຸກຄົນໄດ້ຮັບບັບຕິສະມາ" (ເບິ່ງ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-metaphor]])

ທຸກຄົນໃຫ້ດື່ມຈາກພຣະວິນຍານອົງດຽວກັນ

ປະໂຫຍກນີ້ສາມາດຂຽນໃນຮູບແບບປົກະຕິທົ່ວໄປ. ແປອີກຢ່າງຫນຶ່ງວ່າ: "ພຣະເຈົ້າຊົງໃຫ້ພຣະວິນຍານອົງດຽວແກ່ເຮົາທຸກຄົນ, ແລະເຮົາເຂົ້າສ່ວນໃນພຣະວິນຍານເຫມືອນຄົນທັງຫລາຍເຂົ້າສ່ວນໃນການດື່ມ" (ເບິ່ງ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-metaphor]])