lo_tn/1co/10/28.md

5.6 KiB

ແຕ່ຖ້າມີບາງຄົນ... ໃຈສຳນຶກຜິດແລະຊອບຂອງຄົນອື່ນ

ການແປບາງສະບັບນຳຄຳເຫລົ່ານີ້ໄປໄວ້ໃນວົງເລັບເພາະວ່າ 1) ຮູບແບບຂອງ "ທ່ານ" ຢູ່ໃນຮູບແບບເອກກະພົດ. ແຕ່ໂປໂລໃຊ້ຮູບແບບພະຫູພົດທັນທີທັງກ່ອນແລະຫລັງ ແລະ 2) ຄຳຕ່າງໆ "ເພາະວ່າເປັນຫຍັງເສຣີພາບຂອງຂ້າພະເຈົ້າຖືກພິພາກສາໂດຍໃຈສຳນຶກຜິດແລະຊອບຂອງຄົນອື່ນ?" ເບິ່ງເຫມືອນຈະຖືກສ້າງເທິງ "ກິນທຸກຢ່າງທີ່ຖືກຈັດຫາມາຕໍ່ຫນ້າທ່ານ ໂດຍບໍ່ຕ້ອງຖາມກ່ຽວກັບຈິດສຳນຶກ"(10:25) ຫລາຍກວ່າ "ຈິດສຳນຶກຂອງບຸກຄົນອື່ນ." (ເບິ່ງ: rc://*/ta/man/translate/figs-you)

ກ່າວກັບທ່ານ... ຢ່າກິນ... ແຈ້ງໃຫ້ທ່ານ... ຈິດສຳນຶກແລະຂອງທ່ານເອງ

ໂປໂລກຳລັງກ່າວກັບຊາວເມືອງໂກຣິນໂທເຫມືອນກັບວ່າພວກເຂົາເປັນບຸກຄົນຄົນດຽວ, ດັ່ງນັ້ນຄຳວ່າ "ທ່ານ" ແລະ "ຂອງທ່ານ" ແລະຄຳສັ່ງ "ຈົ່ງຢ່າກິນ" ໃນທີ່ນີ້ຂຽນໃນຮູບແບບເອກະພົດ. (ເບິ່ງ: rc://*/ta/man/translate/figs-you)

ເພາະຍ້ອນຫຍັງ... ຈິດສຳນຶກ? ຖ້າຂ້າພະເຈົ້າຮ່ວມ... ດ້ວຍຂອບພຣະຄຸນ

ອາດມີຄວາມຫມາຍ 1) ຄຳວ່າ "ເພາະວ່າ" ຫມາຍເຖິງກັບໄປທີ່ 10:25, "ຂ້າພະເຈົ້າບໍ່ໄດ້ຖາມຄຳຖາມເລື່ອງຈິດສຳນຶກ, ດັ່ງນັ້ນຍ້ອນຫຍັງ... ຈິດສຳນຶກ?" ຖ້າຂ້າພະເຈົ້າເຂົ້າຮ່ວມ... ໃຫ້ຂອບຄຸນ? ຫລື 2) ໂປໂລກຳລັງຫມາຍເຖິງຊາວເມືອງໂກຣິນໂທບາງຄົນທີ່ກຳລັງຄິດວ່າພວກທ່ານບາງຄົນກຳລັງຄິດ, "ດັ່ງທີ່ບາງຄົນໃນພວກທ່ານກຳລັງຄິດຢູ່,'ເພາະວ່າຍ້ອນຫຍັງ... ຈິດສຳນຶກ? ຖ້າຂ້າພະເຈົ້າ... ຂອບຄຸນ'"

ເປັນຫຍັງເສຣີພາບຂອງຂ້າພະເຈົ້າຄວນຖືກພິພາກສາໂດຍຈິດສຳນຶກຂອງຄົນອື່ນ?

ຜູ້ກ່ຽວຕ້ອງການໃຫ້ຜູ້ຟັງຕອບຄຳຖາມນີ້ໃນໃຈຂອງພວກເຂົາ. ແປອີກຢ່າງຫນຶ່ງວ່າ: "ທ່ານຄວນຮູ້ໂດຍທີ່ຂ້າພະເຈົ້າບໍ່ຕ້ອງບອກທ່ານວ່າບໍ່ມີໃຜທີ່ຈະສາມາດເວົ້າໄດ້ວ່າຂ້າພະເຈົ້າກຳລັງເຮັດຜິດພຽງແຕ່ເພາະວ່າບຸກຄົນນັ້ນມີຄວາມຄິດເລື່ອງຄວາມຖືກຕ້ອງແລະຜິດທີ່ແຕກຕ່າງໄປຈາກຄວາມຄິດຂອງຂ້າພະເຈົ້າ. (ເບິ່ງ: rc://*/ta/man/translate/figs-rquestion)

ຖ້າຂ້າພະເຈົ້າຮ່ວມກິນອາຫານດ້ວຍໃຈຂອບພຣະຄຸນ, ເປັນຫຍັງຂ້າພະເຈົ້າຈຶ່ງຖືກຕຳນິສຳລັບສິ່ງທີ່ຂ້າພະເຈົ້າໄດ້ຂອບພຣະຄຸນນັ້ນ?

ຜູ້ກ່ຽວຕ້ອງການໃຫ້ຜູ້ທີ່ໄດ້ຟັງຕອບຄຳຖາມນີ້ໃນໃຈຂອງພວກເຂົາ. ແປອີກຢ່າງຫນຶ່ງວ່າ: "ຂ້າພະເຈົ້າຮ່ວມກິນອາຫານດ້ວຍໃຈຂອບພຣະຄຸນ, ດັ່ງນັ້ນບໍ່ຄວນມີຜູ້ໃດຕຳນິຂ້າພະເຈົ້າໃນສິ່ງທີ່ຂ້າພະເຈົ້າຂອບພຣະຄຸນນັ້ນ." (ເບິ່ງ: rc://*/ta/man/translate/figs-rquestion)

ຖ້າຂ້າພະເຈົ້າຮ່ວມ

ຖ້າໂປໂລບໍ່ໄດ້ກຳລັງຫມາຍເຖິງສິ່ງທີ່ຊາວເມືອງໂກຣິນໂທບາງຄົນກຳລັງຄິດ, ຄຳວ່າ "ຂ້າພະເຈົ້າ" ໃຊ້ແທນຄົນເຫລົ່ານັ້ນທີ່ກິນຊີ້ນດ້ວຍການຂອບພຣະຄຸນ. "ຖ້າບຸກຄົນຮ່ວມ" ຫລື "ເມື່ອບຸກຄົນໃດຄົນຫນຶ່ງກິນ"

ດ້ວຍໃຈຂອບພຣະຄຸນ

"ແລະຂອບພຣະຄຸນພຣະເຈົ້າສຳລັບອາຫານ" ຫລື "ແລະຂອບໃຈບຸກຄົນຜູ້ທີ່ໃຫ້ອາຫານແກ່ຂ້າພະເຈົ້າກິນ"