lo_tn/1co/10/20.md

2.6 KiB

ທ່ານບໍ່ສາມາດທີ່ຈະດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າແລະດື່ມຈາກຈອກຂອງຜີມານໄດ້

ໂປໂລກ່າວເຖິງບຸກຄົນທີ່ດື່ມຈາກຈອກດຽວກັນກັບຜີມານຮ້າຍເປັນເຫດຜົນວ່າຄົນນັ້ນເປັນເພື່ອນຂອງຜີມານ. ແປອີກຢ່າງຫນຶ່ງວ່າ: "ມັນເປັນໄປບໍ່ໄດ້ທີ່ທ່ານຈະເປັນເພື່ອນທີ່ແທ້ຈິງທັງກັບອົງພຣະຜູ້ເປັນເຈົ້າແລະກັບຜີມານ" (ເບິ່ງ: rc://*/ta/man/translate/figs-metonymy)

ທ່ານບໍ່ສາມາດຮ່ວມໂຕ໊ະຂອງອົງພຣະຜູ້ເປັນເຈົ້າແລະໂຕ໊ະຂອງຜີມານໄດ້

"ເປັນໄປບໍ່ໄດ້ສຳລັບທ່ານທີ່ຈະເປັນຫນຶ່ງດຽວຢ່າງແທ້ຈິງກັບປະຊາກອນຂອງອົງພຣະຜູ້ເປັນເຈົ້າແລະຂອງຜີມານດ້ວຍ"

ຫລືເຮົາຈະຢົ້ວອົງພຣະຜູ້ເປັນເຈົ້າໃຫ້ຫຶງຫວງບໍ?

ໂປໂລຕ້ອງການໃຫ້ຊາວເມືອງໂກຣິນໂທຕອບຄຳຖາມນີ້ໃນໃຈຂອງພວກເຂົາ. ແປອີກຢ່າງຫນຶ່ງວ່າ: "ທ່ານຄວນຮູ້ໂດຍທີ່ຂ້າພະເຈົ້າບໍ່ຕ້ອງບອກທ່ານວ່າມັນເປັນການບໍ່ຖືກຕ້ອງທີ່ຈະເຮັດໃຫ້ອົງພຣະຜູ້ເປັນເຈົ້າຫຶງຫວງ."

ຢິວ

ເຮັດໃຫ້ຮ້າຍ ຫລື ເຮັດໃຫ້ລະຄາຍເຄືອງ

ເຮົາມີກຳລັງຫລາຍກວ່າພຣະອົງຫລື?

ໂປໂລຕ້ອງການໃຫ້ຊາວເມືອງໂກຣິນໂທຕອບຄຳຖາມນີ້ໃນໃຈຂອງພວກເຂົາ. ແປອີກຢ່າງຫນຶ່ງວ່າ: "ທ່ານຄວນຮູ້ໂດຍບໍ່ຕ້ອງໃຫ້ຂ້າພະເຈົ້າບອກທ່ານວ່າເຮົາບໍ່ໄດ້ແຂງແຮງກວ່າພຣະເຈົ້າ." (ເບິ່ງ: rc://*/ta/man/translate/figs-rquestion)