lo_tn/1co/10/14.md

3.6 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລຍັງສືບຕໍ່ສອນພວກເຂົາໃຫ້ຮັກສາຕົວໃຫ້ບໍຣິສຸດແລະຢູ່ຫ່າງໄກຈາກການຮັບຖືຮູບເຄົາຣົບແລະການຜິດສິລະທັມ ເຫມືອນທີ່ທ່ານກ່າວກ່ຽວກັບມະຫາສະຫນິດ, ຊຶ່ງສະແດງເຖິງໂລຫິດແລະກາຍພຣະຄຣິດ.

ຫລີກຫນີຈາກການຂາບໄຫວ້ຮູບເຄົາຣົບ

ໂປໂລກຳລັງກ່າວເຖິງການນະມັສະການຮູບເຄົາຣົບວ່າ ໂດຍກາຍະພາບແລ້ວເປັນເຫມືອນສັດທີ່ອັນຕະຣາຍ. ແປອີກຢ່າງຫນຶ່ງວ່າ: "ທ່ານທັງຫລາຍຫລີກຫນີີຈາກການນະມັສະການຮູບເຄົາຣົບໄດ້ " (ເບິ່ງ: rc://*/ta/man/translate/figs-metaphor)

ຈອກແຫ່ງພຣະພອນ

ໂປໂລກຳລັງກ່າວເຖິງພຣະພອນຂອງພຣະເຈົ້າຜ່ານທາງເຫລົ້າອະງຸ່ນໃນຈອກທີ່ຖືກໃຊ້ໃນງານລ້ຽງຂອງອົງພຣະຜູ້ເປັນເຈົ້າ. (ເບິ່ງ: rc://*/ta/man/translate/figs-metaphor)

ທີ່ເຮົາໄດ້ໃຫ້ພອນນັ້ນ

"ສຳລັບການທີ່ເຮົາຂອບຄຸນພຣະເຈົ້າ"

ມັນບໍ່ແມ່ນການໄດ້ເຂົ້າສ່ວນຮ່ວມໃນໂລຫິດຂອງພຣະຄຣິດບໍ?

ໂປໂລກຳລັງເຕືອນຊາວເມືອງໂກຣິນໂທເຖິງສິ່ງທີ່ພວກເຂົາໄດ້ຮູ້ແລ້ວ, ວ່າຈອກເຫລົ້າອະງຸ່ນທີ່ເຮົາໄດ້ມີສ່ວນຮ່ວມສະແດງເຖິງຕົວເຮົາໃນການມີສ່ວນຮ່ວມໃນໂລຫິດຂອງພຣະຄຣິດ. ແປອີກຢ່າງຫນຶ່ງວ່າ: "ເຮົາເຂົ້າມີສ່ວນຮ່ວມໃນໂລຫິດພຣະຄຣິດ." (UDB) (ເບິ່ງ: rc://*/ta/man/translate/figs-rquestion)

ເຂົ້າຈີ່ທີ່ເຮົາຫັກອອກ, ເຮັດໃຫ້ເຮົາໄດ້ເຂົ້າສ່ວນໃນພຣະກາຍຂອງພຣະຄຣິດບໍ່ແມ່ນບໍ?

ໂປໂລກຳລັງເຕືອນຊາວເມືອງໂກຣິນໂທເຖິງສິ່ງທີ່ພວກເຂົາໄດ້ຮູ້ແລ້ວ. ແປອີກຢ່າງຫນຶ່ງວ່າ: "ເຮົາເຂົ້າມີສ່ວນຮ່ວມໃນພຣະກາຍຂອງພຣະຄຣິດເມື່ອເຮົາເຂົ້າມີສ່ວນຮ່ວມໃນເຂົ້າຈີ່." (UDB) (ເບິ່ງ: rc://*/ta/man/translate/figs-rquestion)

ເຂົ້າສ່ວນໃນ

"ເຂົ້າມີສ່ວນໃນ" ຫລື "ການເຂົ້າມີສ່ວນຮ່ວມຢ່າງເທົ່າທຽມກັນກັບຄົນອື່ນໆໃນ"

ເຂົ້າຈີ່ກ້ອນດຽວ

ເຂົ້າຈີ່ກ້ອນດຽວທີ່ຖືກຊອຍອອກ ຫລືຫັກອອກເປັນອັນໆກ່ອນທີ່ຈະຖືກກິນ