lo_tn/1co/10/01.md

2.9 KiB

ຂໍ້ມູນເຊື່ອຕໍ່:

ໂປໂລເຕືອນພວກເຂົາເຖິງຕົວຢ່າງຂອງບັນພະບຸຣຸດຂອງພວກຢິວບູຮານ ປະສົບກັບການຜິດສິລະທັມການຂາບໄຫ້ວພະທຽມ.

ບັນພະບຸຣຸດຂອງເຮົາ

ໂປໂລກຳລັງຫມາຍເຖິງເວລາຂອງໂມເຊໃນພຣະທັມອົບພະຍົບ ເມື່ອອິສະຣາເອນຂ້ວາມທະເລແດງໃນຂະນະທີ່ທະຫານເອຢິບໄລ່ຕາມມາ. ຄຳວ່າ "ຂອງເຮົາ" ຫມາຍເຖິງຕົວເພິ່ນເອງແລະລວມທັງຊາວເມືອງໂກຣິນໂທທັງຫລາຍ. (ເບິ່ງ: rc://*/ta/man/translate/figs-inclusive)

ຍ່າງຜ່ານທະເລ

ທະເລນີ້ເປັນທີ່ຮູ້ຈັກໂດຍສອງຊື່ຄື, ທະເລແດງແລະທະເລຕົ້ນກົກ

ຍ່າງຜ່ານ

"ຍ່າງຜ່ານ" ຫລື "ເດີນທາງຜ່ານ"

ທຸກຄົນໄດ້ຮັບບັບຕິສະມາເຂົ້າສ່ວນກັບໂມເຊ

"ທຸກຄົນທີ່ໄດ້ຕິດຕາມແລະຖືກມອບໃຫ້ແກ່ໂມເຊ"

ໃນເມກ

ເມກສະແດງເຖິງການປຣະທັບຢູ່ດ້ວຍຂອງພຣະເຈົ້າ ແລະການຊົງນຳອິສະລາເອນໃນເວລາກາງເວັນ

ດື່ມນ້ຳຝ່າຍວິນຍານຢ່າງດຽວກັນ... ສີລາຝ່າຍວິນຍານ

"ດື່ມນ້ຳຢ່າງດຽວກັບທີ່ພຣະເຈົ້າຊົງໃຫ້ໄຫລອອກຢ່າງເຫນືອທັມະຊາດຈາກກ້ອນຫີນ... ກ້ອນຫີນເຫນືອທັມະຊາດ"

ສີລານັ້ນແມ່ນພຣະຄຣິດ

"ສີລາ" ຕາມຕົວອັກສອນ, ກໍ່ຄືກ້ອນຫີນ, ທີ່ດີທີ່ສຸດ, ໃນການແປຕົວອັກສອນນີ້. ຖ້າພາສາຂອງທ່ານບໍ່ສາມາດກ່າວຄຳວ່າກ້ອນຫີນ"ເຫມືອນ" ຊື່ບຸກຄົນ, ໃຫ້ໃຊ້ຄຳວ່າ "ກ້ອນຫີນ" ເປັນຄຳອະທິບາຍສຳລັບອຳນາດຂອງພຣະຄຣິດທີ່ເຮັດພັນທະກິດຜ່ານທາງກ້ອນຫີນ. ແປອີກຢ່າງຫນຶ່ງວ່າ: "ເຫມືອນພຣະຄຣິດຜູ້ທີ່ເຮັດພັນທະກິດຜ່ານກ້ອນຫີນນັ້ນ" (ເບິ່ງ: rc://*/ta/man/translate/figs-metonymy)