lo_tn/1co/09/24.md

4.2 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລອະທິບາຍວ່າເພິ່ນໃຊ້ເສຣີພາບທີ່ເພິ່ນມີໃນພຣະຄຣິດເພື່ອຝຶກຝົນຕົນເອງ.

ທ່ານບໍ່ຮູ້ບໍ່ວ່າພວກທີ່ແລ່ນແຂ່ງນັ້ນຕ້ອງແລ່ນນຳກັນທຸກຄົນ, ແຕ່ມີພຽງຄົນດຽວໄດ້ຮັບລາງວັນ?

ໂປໂລກຳລັງເຕືອນຊາວເມືອງໂກຣິນໂທເຖິງສິ່ງທີ່ພວກເຂົາຮູ້ເພື່ອວ່າເພິ່ນຈະສາມາດເພີ່ມເຕີມຄວາມຮູ້ໃຫມ່. "ໃຫ້ຂ້າພະເຈົ້າເຕືອນທ່ານວ່າ ເຖິງແມ່ນວ່າທຸກຄົນແລ່ນແຂ່ງຂັນ, ມີພຽງຄົນດຽວທີ່ຈະໄດ້ຮັບລາງວັນ." (ເບິ່ງ: rc://*/ta/man/translate/figs-rquestion)

ແລ່ນແຂ່ງ

ໂປໂລປຽບທຽບການດຳເນີນຊີວິດຄຣິສະຕຽນແລະການເຮັດພັນທະກິດເພື່ອພຣະເຈົ້າກັບການແລ່ນແຂ່ງແລະການເປັນນັກກິລາ. ໃນການແຂ່ງຂັນ, ຊີວິດຄຣິສະຕຽນແລະການທຳງານທີ່ຕ້ອງການວິໄນທີ່ເຂັ້ມງວດທີ່ເປັນສ່ວນຂອງນັກແລ່ນແຂ່ງ, ແລະ, ໃນການແຂ່ງຂັນ, ຄຣິສະຕຽນມີເປົ້າຫມາຍສະເພາະ. (ເບິ່ງ: gs_metaphor)

ແລ່ນເພື່ອຊີງລາງວັນ

ໂປໂລກຳລັງກ່າວເຖິງລາງວັນທີ່ພຣະເຈົ້າຈະໃຫ້ແກ່ຄົນທັງຫລາຍທີ່ສັດຊື່ ເປັນເຫມືອນລາງວັນທີ່ມອບໃຫ້ກັບນັກກິລາທີ່ແຂ່ງຂັນ. (ເບິ່ງ: rc://*/ta/man/translate/figs-metaphor)

ມົງກຸດໃບໄມ້ທີ່ຫ່ຽວແຫ້ງໄດ້... ມົງກຸດທີ່ບໍ່ມີມື້ຫ່ຽວແຫ້ງ

ມົງກຸດໃບໄມ້ເປັນຊໍ່ຂອງໃບທີ່ບິດເຂົ້າກັນ.ມົງກຸດໃບໄມ້ຖືກມອບໃຫ້ເປັນລາງວັນແກ່ນັກກິລາຜູ້ຊະນະການແຂ່ງຂັນ. ໂປໂລກ່າວເຖິງຊີວິດນິຣັນດອນວ່າເປັນເຫມືອນມົງກຸດໃບໄມ້ທີ່ບໍ່ຫ່ຽວແຫ້ງ. (ເບິ່ງ: rc://*/ta/man/translate/figs-metaphor)

ຂ້າພະເຈົ້າບໍ່ໄດ້ແລ່ນໂດຍບໍ່ມີເປົ້າຫມາຍ

"ຂ້າພະເຈົ້າຮູ້ເປັນຢ່າງດີວ່າເປັນຫຍັງຂ້າພະເຈົ້າຈຶ່ງກຳລັງແລ່ນ, ແລະກໍ່ຮູ້ວ່າຂ້າພະເຈົ້າກຳລັງເຮັດຫຍັງໃນເປົ້າຫມາຍນັ້ນ." (ເບິ່ງ: rc://*/ta/man/translate/figs-doublenegatives)

ຂ້າພະເຈົ້າຈະເປັນຄົນທີ່ໃຊ້ການບໍ່ໄດ້ເສຍເອງ

ປະໂຫຍກຮູບແບບຖືກເຮັດໃຫ້ສາມາດຂຽນໃຫມ່ໃນຮູບແບບປົກະຕິທົ່ວໄປໄດ້. ແປອີກຢ່າງຫນຶ່ງວ່າ: "ຜູ້ພິພາກສາ" ຈະເວົ້າວ່າຂ້າພະເຈົ້າເຊື່ອຟັງກົດລະບຽບ." ໃນກໍຣະນີນີ້ "ຜູ້ພິພາກສາ" ຜູ້ທີ່ຈະເຮັດໃຫ້ໂປໂລເຫມາະສົມ, ປຽບທຽບວ່າເປັນພຣະເຈົ້າ. (ເບິ່ງ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-doublenegatives]] ແລະ rc://*/ta/man/translate/figs-metaphor)