lo_tn/1co/09/09.md

2.6 KiB

ຢ່າເອົາ

ໂມເຊກຳລັງກ່າວກັບຄົນອິສະຣາເອນເຫມືອນກັບວ່າພວກເຂົາເປັນບຸກຄົນດຽວ, ດັ່ງນັ້ນຄຳສັ່ງນີ້ຈຶ່ງຂຽນໃນຮູບແບບຂອງເອກະພົດ. (ເບິ່ງ: rc://*/ta/man/translate/figs-you)

ພຣະເຈົ້າເປັນຫ່ວງງົວແທ້ໆບໍ?

ໂປໂລໃຊ້ຄຳຖາມເພື່ອໃຫ້ຊາວເມືອງໂກຣິນໂທຄຶດເຖິງສິ່ງທີ່ເພິ່ນກຳລັງກ່າວ ໂດຍທີ່ເພິ່ນບໍ່ຕ້ອງກ່າວເຖິງ, ແປອີກຢ່າງຫນຶ່ງວ່າ: “ທ່ານຄວນຮູ້ໂດຍທີ່ຂ້າພະເຈົ້າບໍ່ຕ້ອງບອກທ່ານວ່າມັນບໍ່ແມ່ນງົວທີ່ພຣະເຈົ້າຫ່ວງໃຍທີ່ສຸດ. (ເບິ່ງ: rc://*/ta/man/translate/figs-rquestion)

ບໍ່ແມ່ນພຣະອົງກຳລັງກ່າວເຖິງພວກທ່ານບໍ?

ໂປໂລໃຊ້ຄຳຖາມເພື່ອເນັ້ນຫນັກຄຳເວົ້າທີ່ເພິ່ນກຳລັງເຮັດ. ແປອີກຢ່າງຫນຶ່ງວ່າ: "ກົງກັນຂ້ວາມ, ພຣະເຈົ້າກຳລັງກ່າວເຖິງພວກເຮົາແນ່ນອນ." (ເບິ່ງ: rc://*/ta/man/translate/figs-rquestion)

ເຖິງພວກເຮົາ

"ເຮົາ" ໃນທີ່ນີ້ຫມາຍເຖິງໂປໂລແລະບາຣະນາບາ. (ເບິ່ງ: rc://*/ta/man/translate/figs-exclusive)

ມັນຫລາຍເກີນໄປບໍທີ່ພວກເຮົາຈະເກັບກ່ຽວສິ່ງຂອງຈາກທ່ານ

ໂປໂລໃຊ້ຄຳຖາມເພື່ອໃຫ້ຊາວເມືອງໂກຣິນໂທຄິດເຖິງສິ່ງທີ່ເພິ່ນກຳລັງກ່າວ ໂດຍທີ່ເພິ່ນບໍ່ຕ້ອງເວົ້າ. ແປອີກຢ່າງຫນຶ່ງວ່າ: ທ່ານຄວນຮູ້ໂດຍທີ່ຂ້າພະເຈົ້າບໍ່ຕ້ອງບອກທ່ານວ່າມັນບໍ່ຫລາຍເກີນໄປສຳລັບພວກເຮົາທີ່ຈະຮັບການສະຫນັບສະຫນູນທາງດ້ານສິ່ງຂອງຈາກທ່ານ," (ເບິ່ງ: rc://*/ta/man/translate/figs-rquestion)