lo_tn/1co/09/07.md

3.6 KiB

ໃຜແດ່ທີ່ເປັນທະຫານແລ້ວອອກຄ່າໃຊ້ຈ່າຍຂອງຕົນເອງ

ໂປໂລໃຊ້ຄຳຖາມເພື່ອເນັ້ນວ່າເພິ່ນຮູ້ວ່າຊາວເມືອງໂກຣິນໂທເຫັນດີກັງສິ່ງທີ່ເພິ່ນກຳລັງກ່າວ. ແປອີກຢ່າງຫນຶ່ງວ່າ: "ເຮົາທັງຫລາຍຮູ້ຢູ່ວ່າບໍ່ມີທະຫານຄົນໃດທີ່ຕ້ອງຈ່າຍເງິນຊື້ອາຫານເອງ." ຫລື "ເຮົາທັງຫລາຍຮູ້ຢູ່ວ່າທະຫານທຸກຄົນໄດ້ຮັບອາຫານຂອງພວກເຂົາຈາກຣັຖະບານ." (ເບິ່ງ: rc://*/ta/man/translate/figs-rquestion).

ໃຜແດ່ທີ່ປູກສວນອະງຸ່ນແລ້ວບໍ່ໄດ້ກິນຫມາກຂອງມັນ?

ໂປໂລໃຊ້ຄຳຖາມເພື່ອເນັ້ນຫນັກວ່າເພິ່ນຮູ້ວ່າຊາວເມືອງໂກຣິນໂທເຫັນດີກັບ ສິ່ງທີ່ເພິ່ນກຳລັງກ່າວ. ແປອີກຢ່າງຫນຶ່ງວ່າ: ເຮົາທັງຫລາຍຮູ້ຢູ່ວ່າຄົນທີ່ເຮັດສວນອະງຸ່ນກໍ່ເກັບກິນ ຫມາກຈາກສວນນັ້ນ" ຫລື "ເຮົາທັງຫລາຍຮູ້ຢູ່ວ່າບໍ່ມີໃຜທີ່ຈະຄາດວ່າຈະມີໃຜບາງຄົນເຮັດສວນອະງຸ່ນຈະບໍ່ກິນຫມາກຈາກສວນນັ້ນ." (ເບິ່ງ: rc://*/ta/man/translate/figs-rquestion)

ຫລືໃຜແດ່ທີ່ລ້ຽງສັດແລ້ວບໍ່ໄດ້ດື່ມນ້ຳນົມຈາກຝູງສັດນັ້ນ?

ໂປໂລໃຊ້ຄຳຖາມເພື່ອທີ່ຈະເນັ້ນຫນັກວ່າເພິ່ນຮູ້ວ່າຊາວເມືອງໂກຣິນໂທເຫັນດີກັບສິ່ງທີ່ເພິ່ນກຳລັງກ່າວ. ແປອີກຢ່າງຫນຶ່ງວ່າ: "ເຮົາທັງຫລາຍຮູ້ຢູ່ວ່າຄົນທັງຫລາຍທີ່ລ້ຽງສັດກໍ່ດື່ມນົມຈາກຝູງສັດນັ້ນ" (ເບິ່ງ: rc://*/ta/man/translate/figs-rquestion)

ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ດ້ວຍອຳນາດຂອງມະນຸດບໍ?

ໂປໂລກຳລັງເຮັດໃຫ້ຊາວເມືອງໂກຣິນໂທອັບອາຍ. ແປອີກຢ່າງຫນຶ່ງວ່າ: "ທ່ານເບິ່ງເຫມືອນຈະຄິດວ່າຂ້າພະເຈົ້າກຳລັງກ່າວສິ່ງເຫລົ່ານີ້ດ້ວຍອຳນາດຂອງມະນຸດ." (ເບິ່ງ: rc://*/ta/man/translate/figs-rquestion)

ກົດບັນຍັດກໍ່ໄດ້ກ່າວໄວ້ບໍ່ແມ່ນບໍ?

ໂປໂລກຳລັງເຮັດໃຫ້ຊາວເມືອງໂກຣິນໂທອັບອາຍ. ແປອີກຢ່າງຫນຶ່ງວ່າ: "ທ່ານເຮັດເຫມືອນກັບວ່າທ່ານບໍ່ຮູ້ວ່ານີ້ແມ່ນສິ່ງທີ່ມີຂຽນໄວ້ໃນກົດບັນຍັດ." (ເບິ່ງ: rc://*/ta/man/translate/figs-rquestion)